Kommersant.ru ມີບົດຂຽນດ້ວຍຫົວຂໍ້ “ນ້ຳໃຈເປັນເພື່ອນຈະມີປະໂຫຍດທີ່ສຸດໃນໄລຍະພັດທະນາໃໝ່”
ບົຂຽນວນເວັບໄຊ iz.ru. (ພາບ:VNA)
ໃນວັນທີ 8-10 ກັນຍາ, ໜັງສືພິມຕ່າງໆ, ຊ່ອງໂທລະພາບຂອງ ລັດເຊຍ ເກືອບທັງໝົດ ລ້ວນແຕ່ໄດ້ສຸມໃສ່ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ລັດເຊຍ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ.
ເວັບໄຊ Izvestia (iz.ru) ໄດ້ເອົາລົງບົດຂຽນທີ່ໄດ້ຕີລາຄາວ່າ ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະກ້າວເຂົ້າສູ່ປະຫວັດສາດ, ຂະນະທີ່ເປັນຄັ້ງທຳອິດນັບແຕ່ປີ 1991, ການນຳ ຫວຽດນາມ ຜູ້ໜຶ່ງ ທັງເປັນ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ປະທານປະເທດ ຫວຽດນາມ ມາຢ້ຽມຢາມ ລັດເຊຍ.
ໃນຂະນະນັ້ນ, Kommersant.ru ມີບົດຂຽນດ້ວຍຫົວຂໍ້ “ນ້ຳໃຈເພື່ອນມິດທີ່ມີມາແຕ່ດົນນານຈະເປັນປະໂຫຍດທີ່ສຸດໃນໄລຍະພັດທະນາໃໝ່” ໂດຍຖືວ່າ: ການຢ້ຽມຢາມ ລັດເຊຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເປີດໂອກາດຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດໃໝ່ຕື່ມອີກ. ການຢ້ຽມຢາມບໍ່ພຽງແຕ່ມີຄວາມໝາຍປັບປຸງການພົວພັນດ້ານການເມືອງ ຫວຽດນາມ-ລັດເຊຍ ເທົ່ານັ້ນ, ຫາກຍັງເປີດບັນດາທິດທາງຮ່ວມມືຕື່ມອີກ ທີ່ສອດຄ່ອງກັບບັນດາບຸລິມະສິດພັດທະນາຂອງ ຫວຽດນາມ ໃນໄລຍະໃໝ່ອີກດ້ວຍ.
(ແຫຼ່ງຄັດຈາກ VOV)