• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເລີ່ມຕົ້ນການຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດດ້ານອາວະກາດຢູ່ ປາຣີ

ການຢ້ຽມຢາມຄັ້ງນີ້ເປັນການສືບຕໍ່ຢືນຢັນເລື່ອງ ຫວຽດນາມ ຖືເປັນສຳຄັນ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ຝລັ່ງ.
ທ່ານ ໂຕເລິມ, ເລຂາທິການຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເດີນທາງໄປເຖິງ ປາຣີ ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ. (ພາບ: VNA)

ຕອນເຊົ້າວັນທີ 10 ກັນຍາ (ເວລາທ້ອງຖິ່ນ), ເຮືອບິນນຳ​ສົ່ງ​ທ່ານ ໂຕ​ເລິມ, ເລຂາທິການຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ໄດ້ເດີນ​ທາງ​ໄປ​ເຖິງ ປາຣີ ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາວະກາດ​ຢູ່ ປາຣີ, ຕາມຄຳເຊີນຂອງທ່ານ Emmanuel Macron, ປະທານາທິບໍດີ ສ.ຝ​ລັ່ງ. ນີ້ແມ່ນການຢ້ຽມຢາມ ສ.ຝ​ລັ່ງ ຢ່າງ​ເປັນ​ທາງ​ການເທື່ອ​ທີ 2 ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ກໍ່​ແມ່ນ​ເທື່ອ​ທີ 2 ທີ່​ຜູ້​ນຳ​ໜ້າພັກ ແລະ ລັດ ຫວຽດນາມ ເຂົ້າຮ່ວມເຫດ​ການສາກົນໂດຍ ຝ​ລັ່ງ ຈັດ​ຂຶ້​ນ. ກອງປະຊຸມສຸດຍອດຢ​ູ່ ປາ​ຣີ ກໍ່​ແມ່ນ ກອງປະຊຸມສຸດຍອດ​ຂັ້ນ​ປະ​ມຸກ​ລັດ ທຳອິດໃນໂລກກ່ຽວກັບຂົງເຂດອາວະກາດ.

ການຢ້ຽມຢາມຄັ້ງນີ້ເປ​ັນ​ການ​ສືບ​ຕໍ່ຢືນຢັນ​ເລື່ອງ ຫວຽດນາມ ຖື​ເປັນສຳຄັນ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ຝ​ລັ່ງ. ການຢ້ຽມຢາມ​ກໍ່​ໄດ້​ຮັບ​ຄວາມ​ຫວັງ​ວ່າຈະສ້າງຄວາມ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງເຂັ້ມແຂງກວ່າໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ແລະ ການລົງທຶນ; ນຳວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດີຈີຕອນ ເປັນກຳລັງໜູນ​ໃໝ່​ຂອງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ມົງໂກນ ວາງເປົ້າໝາຍຍົກວົງເງິນການຄ້າຂຶ້ນ 200 ລ້ານ USD ໃນໄວໆນີ້

ຫວຽດນາມ - ມົງໂກນ ວາງເປົ້າໝາຍຍົກວົງເງິນການຄ້າຂຶ້ນ 200 ລ້ານ USD ໃນໄວໆນີ້

2 ຝ່າຍໄດ້ເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ ກໍ່ຄືບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ,..

Top