2 ຝ່າຍໄດ້ເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ ກໍ່ຄືບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ,..
ໂດຍຕອບຮັບຄຳເຊີນຂອງ ທ່ານ Sandag Byambatsogt, ປະທານສະພາແຫ່ງຊາດ ມົງໂກນ ແລະ ພັນລະຍາ, ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ພວມດຳເນີນການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ ແຕ່ວັນທີ 09 – 11 ກັນຍາ 2026. ໃນຂອບເຂດການຢ້ຽມຢາມນີ້, ຕອນເຊົ້າວັນທີ 10 ກັນຍາ, ທີ່ສຳນັກງານແຫ່ງລັດ ຢູ່ນະຄອນຫຼວງ Ulan Bator, ທ່ານ Sandag Byambatsogt, ປະທານສະພາແຫ່ງຊາດ ມົງໂກນ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບ ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ຢ່າງສົມກຽດ. ພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດ 2 ທ່ານ ໄດ້ດຳເນີນການພົບປະໂອ້ລົມ.
ທີ່ການພົບປະໂອ້ລົມ, 2 ຝ່າຍໄດ້ເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ ກໍ່ຄືບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ, ໃນນັ້ນມີຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມົງໂກນ ຢ່າງມີປະສິດທິຜົນ.
ໂດຍແລກປ່ຽນກ່ຽວກັບບັນດາທິດທາງການຊຸກຍູ້ການຮ່ວມມື ລັດຖະສະພາ 2 ປະເທດ ໃນໄລຍະຈະມາເຖິງ, ການນຳ 2 ທ່ານໄດ້ເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ລະຫວ່າງສະພາແຫ່ງຊາດ 2 ປະເທດ; ສົມທົບກັນຜັນຂະຫຍາຍຂໍ້ຕົກລົງການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ແລະ ຂໍ້ຕົກລົງການຮ່ວມມືລະຫວ່າງ 2 ຫ້ອງວ່າການສະພາແຫ່ງຊາດ ທີ່ຫາກໍ່ລົງນາມໃນໂອກາດໄປຢ້ຽມຢາມນີ້...
ພາຍຫຼັງການພົບປະໂອ້ລົມ, ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Sandag Byambatsogt, ປະທານສະພາແຫ່ງຊາດ ມົງໂກນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ມົງໂກນ; ພ້ອມທັງເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດ 2 ປະເທດ.
(ແຫຼ່ງຄັດຈາກ VOV)