ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນເອກະພາບຜັນຂະຫຍາຍບັນດາມາດຕະການຢ່າງແຮງເພື່ອພັດທະນາການຮ່ວມມື, ເສີມຂະຫຍາຍບົດບາດນຳໜ້າໃນການນຳພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ໃຫ້ພັດທະນາຢ່າງແທ້ຈິງກວ່າ
ທີ່ການພົບປະເຈລະຈາ (ພາບ: VNA)
ຕອນຄ່ຳວັນທີ 09 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ມົດສະກູ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສະຫະພັນ ລັດເຊຍ ຢ່າງເປັນທາງການ. (ແຕ່ວັນທີ 07-09 ກັນຍາ 2026)
ກ່ອນໜ້ານັ້ນ, ຢູ່ວັງ Kremlin, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະເຈລະຈາກັບທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ.
ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນເອກະພາບຜັນຂະຫຍາຍບັນດາມາດຕະການຢ່າງແຮງ ເພື່ອພັດທະນາການຮ່ວມມື, ເສີມຂະຫຍາຍບົດບາດນຳໜ້າໃນການນຳພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ໃຫ້ພັດທະນາຢ່າງແທ້ຈິງກວ່າ; ສູ້ຊົນບັນລຸມູນຄ່າການຄ້າ 2 ຝ່າຍໃຫ້ໄດ້ 15 ຕື້ USD ໂດຍໄວ. ການນຳ 2 ທ່ານເຫັນດີເປັນເອກະພາບສົ່ງເສີມວິສາຫະກິດຂອງ 2 ປະເທດເພີ່ມທະວີການເຊື່ອມຕໍ່, ເປີດກວ້າງການລົງທຶນ, ຮ່ວມມື. ການນຳ 2 ທ່ານຢືນຢັນວ່າ ພະລັງງານ ແລະ ນ້ຳມັນອາຍແກັດສືບຕໍ່ເປັນເສົາຄ້ຳ ສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ລັດເຊຍ... ເມື່ອແລກປ່ຽນກ່ຽວກັບການຮ່ວມມື ດ້ານພະລັງງານປະລະມານູເພື່ອຈຸດປະສົງສັນຕິພາບ, ການນຳ 2 ທ່ານຕີລາຄາວ່າ ນີ້ແມ່ນຂົງເຂດທີ່ມີຄວາມໝາຍຍຸດທະສາດ, ອາດສາມາດສ້າງຂີດໝາຍໃໝ່ໃຫ້ແກ່ການພົວພັນຂອງ 2 ປະເທດໃນໄລຍະຈະມາເຖິງ. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບນຳກັນຈະສືບຕໍ່ເສີມສ້າງເສົາຄ້ຳຍຸດທະສາດ ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງ ແລະ ເຕັກນິກການທະຫານ; ເພີ່ມທະວີການສຶກສາບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ເພີ່ມທະວີການຮ່ວມມືໃນດ້ານວັດທະນະທຳ, ສິລະປະ, ກິລາ, ແລະ ການທ່ອງທ່ຽວຕື່ມອີກ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຊື້ອເຊີນທ່ານປະທານາທິບໍດີ Vladimir Putin ໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC 2027 ທີ່ຈະຈັດຂຶ້ນຢູ່ ຝູກວັກ ໃນເດືອນ ພະຈິກ 2027. ທ່ານປະທານາທິບໍດີ ລັດເຊຍ ຢືນຢັນວ່າ ຈະສົມທົບກັບ ຫວຽດນາມ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດ APEC 2027.
ທີ່ການປະຊຸມຂ່າວຮ່ວມ (ພາບ: VNA)
ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະຫະພັນ ລັດເຊຍ ແຕ່ວັນທີ 07 - 09 ກັນຍາ, 2 ຝ່າຍໄດ້ ອອກຖະແຫຼງການຮ່ວມກ່ຽວກັບການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງ ຫວຽດນາມ ແລະ ລັດເຊຍ ໃນໄລຍະໃໝ່ຫຼາຍກວ່າອີກ. ຖະແຫຼງການຮ່ວມໄດ້ຢືນຢັນການປັບປຸງ ແລະ ພັດທະນາການພົວພັນ 2 ຝ່າຍແມ່ນການຄັດເລືອກໃນໄລຍະຍາວ ແລະ ໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍ ການຕ່າງປະເທດຂອງແຕ່ລະປະເທດ. ຖະແຫຼງການຮ່ວມກໍ່ໄດ້ຢືນຢັນການຊຸກຍູ້ ການຮ່ວມມື 2 ຝ່າຍໃນຂົງເຂດວັດທະນະທຳ, ແຮງງານ, ທ່ອງທ່ຽວລະຫວ່າງ 2 ປະເທດ. ກ່ຽວກັບການຮ່ວມມືສາກົນ, ທັງ 2 ຝ່າຍສະໜັບສະໜູນການສ້າງ ຄວາມເປັນລະບຽບຮຽບຮ້ອຍໂລກຫຼາຍຂົ້ວໃຫ້ມີຍຸດຕິທຳ ແລະ ຍືນຍົງກວ່າເກົ່າ.
(ແຫຼ່ງຄັດຈາກ VOV)