• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.
ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນທີ່ເວທີປາໄສ. (ພາບ: VNA)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕ​ເລິມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

ໃນບົດກ່າວເປີດເວ​ທີ​ປາ​ໄສ, ທ່ານ Dmitry Chernyshenko, ຮອງນາຍົກລັດຖະມົນຕີ ລັດເຊຍ ຢືນຢັນວ່າ ປີ 2026 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ແມ່ນປີແລກປ່ຽນດ້ານ ການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີລະຫວ່າງ ຫວຽດນາມ ແລະ ສະ​ຫະ​ພັນ ລັດເຊຍ ຕາມຖະແຫຼງການຮ່ວມຂອງ 2 ປະເທດ ແລະ ມີນັບສິບເຫດການທີ່ໄດ້ຈັດຂຶ້ນແລ້ວ. ທ່ານ​ໃຫ້​ຮູ້ວ່າ 2 ຝ່າຍຍັງມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຫຼາຍ​ຢ່າງ​ໃນ​ຂົງ​ເຂດເຕັກໂນໂລຊີສູງ.

ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕ​ເລິມ ​ ​ສະ​ເໜີ​ໃຫ້ 2 ປະ​ເທດ​ສຸມ​ໃສ່ 5 ການ​ກຳ​ນົດ​ທິດ​ໃຫຍ່. ​ໃນ​ນັ້ນ, ກຳນົດ​ທິດ​ເລື່ອງ​ນຳການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ​ຍຸດ​ທະ​ສາດ​​ໃຫ້​ກາຍ​ເປັນເປັນ​ເສົາ​ຄ້ຳ​ໃໝ່​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ ​ຫວຽດນາມ - ສະຫະພັນ​ ລັດ​ເຊຍ.

“ສ້າງໂຄງການ​ຈຳ​ນວນ​ໜຶ່ງ ແລະ ໂຄງການວິທະຍາສາດ - ເຕັກໂນໂລຊີ ທີ່ມີຂອບຂະໜາດໃຫຍ່​ມີ​ລັກ​ສະ​ນະ​ເປັນສັນຍະລັກ ໃຫ້​ແກ່ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະ​ຫະ​ພັນ ລັດເຊຍ ໃນໄລຍະໃໝ່, ​ຄື: ສູນວິທະຍາສາດ ແລະ ເຕັກໂນໂລຊີນິວເຄຼຍ, ເຊິ່ງເປັນ​ແບບຢ່າງ​ພົ້ນ​ເດັນ. ໃນໄລຍະໃໝ່​ຕ້ອງມີ​ບັນ​ດາ​ກິດ​ຈະ​ກຳ, ໂຄງການໃໝ່ ເພື່ອໃຫ້ຄົນລຸ້ນອະ​ນາ​ຄົດສາມາດເຫັນ​ໄດ້ຜົນສຳເລັດ​ລະ​ອຽດ ຂອງການຮ່ວມມືລະຫວ່າງ 2 ປະເທດ.”

(ແຫຼ່ງຄັດຈາກ VOV)

ຈັດພິທີເລີ່ມເດີນທາງເຂົ້າຮ່ວມ ASIAD 20 ຂອງຄະນະນັກກິລາ ຫວຽດນາມ

ຈັດພິທີເລີ່ມເດີນທາງເຂົ້າຮ່ວມ ASIAD 20 ຂອງຄະນະນັກກິລາ ຫວຽດນາມ

ງານມະຫາກຳກິລາ ອາຊີ ຄັ້ງທີ 20 (ASIAD 20) ຈະຈັດຂຶ້ນທີ່ Aichi-Nagoya (ຍີ່ປຸ່ນ) ແຕ່ວັນທີ 19 ກັນຍາ ຫາ ວັນທີ 04 ຕຸລາ 2026

Top