ຕາມກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ແລ້ວ, 8 ເດືອນຜ່ານມາ, ມູນຄ່າການສົ່ງອອກສິນໃນນຳ້ບັນລຸ 8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 12%.
ກຳລັງໜູນເຕີບໂຕຂອງຂະແໜງສິນໃນນຳ້ມີການຫັນປ່ຽນຢ່າງແຮງ ລະຫວ່າງບັນດາຕະຫຼາດ, ຕາມນັ້ນແລ້ວ, ຮົ່ງກົງ (ປະເທດຈີນ) ແລະ ພາກພື້ນ ອາຊຽນ ສືບຕໍ່ເພີ່ມຄວາມໄວ.
ໃນໂຄງປະກອບສິນຄ້າສົ່ງອອກ, ກຸ້ງສືບຕໍ່ແມ່ນຂະແໜງສິນຄ້າຫຼັກແຫຼ່ງ ດ້ວຍວົງເງິນການຄ້າ 3,29 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 12,3% ແລະ ກວມເອົາປະມານ 41% ຍອດວົງເງິນການຄ້າສິນໃນນຳ້. ສຳລັບປາຈາ ກໍ່ເພີ່ມຂຶ້ນຢ່າງແຮງ, ບັນລຸ 1,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9%... ຮົ່ງກົງ (ປະເທດຈີນ) ແມ່ນຕະຫຼາດມີລະດັບການເຕີບໂຕຫຼາຍທີ່ສຸດໃນ 8 ເດືອນຜ່ານມາ, ບັນລຸ 2,03 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,4% ກວມເອົາ 25,35% ຍອດວົງເງິນທົ່ວຂະແໜງ.
ຄາດຄະເນວ່າ ແຕ່ນີ້ຮອດທ້າຍປີ, ຄວາມຕ້ອງການສິນຄ້າເພື່ອຮັບໃຊ້ຊ່ວງວັນບຸນ ແລະ ຮອບວຽນຈັດເຂົ້າສາງອາດຈະແມ່ນປັດໄຈສືບຕໍ່ໜູນຊ່ວຍການສົ່ງອອກ. ແຕ່ເຖິງຢ່າງໃດກໍ່ຕາມ, ແງ່ຫວັງການເຕີບໂຕສິນໃນນຳ້ຈະຂຶ້ນກັບການຜັນແປນະໂຍບາຍການຄ້າ ແລະ ຄວາມສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານເຕັກນິກໃໝ່ຈາກບັນດາຕະຫຼາດສົ່ງອອກ.
(ແຫຼ່ງຄັດຈາກ VOV)