ງານມະຫາກຳກິລາ ອາຊີ ຄັ້ງທີ 20 (ASIAD 20) ຈະຈັດຂຶ້ນທີ່ Aichi-Nagoya (ຍີ່ປຸ່ນ) ແຕ່ວັນທີ 19 ກັນຍາ ຫາ ວັນທີ 04 ຕຸລາ 2026
ພິທີເລີ່ມເດີນທາງເຂົ້າຮ່ວມງານມະຫາກຳກິລາ ອາຊີ ຄັ້ງທີ 20. (ພາບ: VNA)
ພິທີເລີ່ມເດີນທາງເຂົ້າຮ່ວມງານມະຫາກຳກິລາ ອາຊີ ຄັ້ງທີ 20 (ASIAD 20) ຂອງຄະນະນັກກິລາ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດໃນຕອນບ່າຍຂອງວັນທີ 09 ກັນຍາ ທີ່ຮ່າໂນ້ຍ. ເຂົ້າຮ່ວມເຫດການມີທ່ານນາງ ຟ້າມທິແທງຈ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ຜູ້ນຳກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກົມກິລາ ຫວຽດນາມ, ທ່ານ Ito Naoki, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ.
ງານມະຫາກຳກິລາ ອາຊີ ຄັ້ງທີ 20 (ASIAD 20) ຈະຈັດຂຶ້ນທີ່ Aichi-Nagoya (ຍີ່ປຸ່ນ) ແຕ່ວັນທີ 19 ກັນຍາ ຫາ ວັນທີ 04 ຕຸລາ 2026, ໂດຍມີນັກກິລາກວ່າ 11.000 ຄົນຈາກ 45 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ຄະນະນັກກິລາ ຫວຽດນາມ ທີ່ເຂົ້າຮ່ວມ ASIAD 20 ລວມມີນັກກິລາ 498 ຄົນ.
ເມື່ອມອບໜ້າທີ່ໃຫ້ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ ASIAD 20, ທ່ານນາງຮອງນາຍົກລັດຖະມົນຕີ ຟ້າມທິແທງຈ່າ ໄດ້ເນັ້ນໜັກວ່າ:
“ຂ້າພະເຈົ້າໃຫ້ຄະນະນັກກິລາ ຫວຽດນາມ ແຂ່ງຂັນດ້ວຍຄວາມມານະພະຍາຍາມບຸກທະລຸ ແລະ ເອົາຊະນະຕົນເອງ. ສະມາຊິກແຕ່ລະຄົນຕ້ອງສະແດງໃຫ້ເຫັນຄວາມຕັດສິນໃຈສູງສຸດ, ສູ້ຊົນປະຕິບັດສຳເລັດ ແລະ ລືນຄາດໝາຍທີ່ໄດ້ວາງອອກ. ແຕ່ລະບຸກຄົນລ້ວນແຕ່ເປັນທູດວັດທະນະທຳຢ່າງແທ້ຈິງ, ເຊີດຊູຊາດ, ນັບຖືຕົນເອງ ແລະ ມີຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ຜ່ານນັ້ນ, ປະກອບສ່ວນແຜ່ກະຈາຍຮູບພາບຂອງຊາວ ຫວຽດນາມ ທີ່ເປັນມິດ, ມີພູມປັນຍາ ແລະ ເຊື່ອມໂຍງ.
(ແຫຼ່ງຄັດຈາກ VOV)