ຂ່າວສານ

8 ເດືອນຜ່ານມາ, ການສົ່ງອອກສິນໃນນຳ້ເພີ່ມຂຶ້ນເກືອບ 12%

ຕາມ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ​ ຫວຽດນາມ ແລ້ວ​, 8 ເດືອນ​ຜ່ານ​ມາ​, ມູນ​ຄ່າ​ການ​ສົ່ງ​ອອກ​ສິນ​ໃນ​ນຳ​້​ບັນ​ລຸ 8 ຕື້​ໂດລາ​ສະ​ຫະ​ລັດ​, ເພີ່ມ​ຂຶ້ນ​ເກືອບ 12%.
  (ພາບປະກອບ: VNA)  

ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ຂະ​ແໜງ​ສິນ​ໃນ​ນຳ​້​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຮງ ລະ​ຫວ່າງ​ບັນ​ດາ​ຕະ​ຫຼາດ​, ຕາມ​ນັ້ນ​ແລ້ວ​, ຮົ່ງ​ກົງ (ປະ​ເທດ​ຈີນ​) ແລະ ພາກ​ພື້ນ ອາ​ຊຽນ ສືບ​ຕໍ່​ເພີ່ມຄວາມ​ໄວ​.

​ໃນ​ໂຄງ​ປະ​ກອບ​ສິນ​ຄ້າ​ສົ່ງ​ອອກ​, ກຸ້ງ​ສືບ​ຕໍ່​ແມ່ນ​ຂະ​ແໜງ​ສິນ​ຄ້າ​ຫຼັກ​ແຫຼ່ງ ດ້ວຍ​ວົງ​ເງິນ​ການ​ຄ້າ 3,29 ຕື້ ໂດລາ​ສະ​ຫະ​ລັດ​, ເພີ່ມ​ຂຶ້ນ 12,3% ແລະ ກວມ​ເອົາ​ປະ​ມານ 41% ຍອດ​ວົງ​ເງິນ​ການ​ຄ້າ​ສິນ​ໃນ​ນຳ​້. ສຳ​ລັບ​ປາ​ຈາ ກໍ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ​, ບັນ​ລຸ 1,5 ຕື້​ໂດລາ​ສະ​ຫະ​ລັດ​, ເພີ່ມ​ຂຶ້ນ 9%... ຮົ່ງ​ກົງ (ປະ​ເທດ​ຈີນ​) ແມ່ນ​ຕະ​ຫຼາດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ຫຼາຍ​ທີ່​ສຸດ​ໃນ 8 ເດືອນ​ຜ່ານ​ມາ​, ບັນ​ລຸ 2,03 ຕື້​ໂດລາ​ສະ​ຫະ​ລັດ​, ເພີ່ມ​ຂຶ້ນ 33,4% ກວມ​ເອົາ 25,35% ຍອດ​ວົງ​ເງິນ​ທົ່ວ​ຂະ​ແໜງ​.

​ຄາດ​ຄະ​ເນວ່າ​ ແຕ່​ນີ້​ຮອດ​ທ້າຍ​ປີ​, ຄວາມ​ຕ້ອງ​ການ​ສິນ​ຄ້າ​ເພື່ອ​ຮັບ​ໃຊ້​ຊ່ວງ​ວັນ​ບຸນ ແລະ ຮອບວຽນຈັດເຂົ້າ​ສາງ​ອາດ​ຈະ​ແມ່ນ​ປັດ​ໄຈ​ສືບຕໍ່ໜູນ​ຊ່ວຍ​ການ​ສົ່ງ​ອອກ​. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ​, ແງ່​ຫວັງ​ການ​ເຕີບ​ໂຕ​ສິນ​ໃນ​ນຳ​້​ຈະ​ຂຶ້ນ​ກັບ​ການ​ຜັນ​ແປ​ນະ​ໂຍ​ບາຍ​ການ​ຄ້າ ແລະ ຄວາມ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ເຕັກ​ນິກໃໝ່​ຈາກ​ບັນ​ດາ​ຕະ​ຫຼາດ​ສົ່ງ​ອອກ.


top