ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະພ້ອມກັບ ມົງໂກນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຮ່ວມມືກັນລະຫວ່າງບັນດາກຳມາທິການວິຊາສະເພາະ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາໜຸ່ມ
ທ່ານ Sandag Byambatsogt ປະທານສະພາແຫ່ງຊາດ ມົງໂກນ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ພັນລະຍາ (ພາບ: VNA)
ຕອນເຊົ້າວັນທີ 10 ກັນຍາ, ຢູ່ສຳນັກງານລັດຖະບານ, ນະຄອນຫຼວງ Ulaanbaatar, ທ່ານ Sandag Byambatsogt ປະທານສະພາແຫ່ງຊາດ ມົງໂກນ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ພັນລະຍາທ່ານນາງ ຫງວຽນທິແທັງງາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເນື່ອງໃນໂອກາດມາຢ້ຽມຢາມ ມົງໂກນຢ່າງສົມກຽດ. ພາຍຫຼັງພິທີຕ້ອນຮັບ, ຢູ່ສຳນັກງານລັດຖະບານ, ທ່ານເຈິ່ນແທັງເໝິນ ໄດ້ເຊັນໃນປຶ້ມແຂກກຽດຕິມະສັກ. ທ່ານປະທານສະພາແຫ່ງຊາດ ສະແດງຄວາມດີໃຈເມື່ອໄດ້ມາຢ້ຽມຢາມສຳນັກງານແຫ່ງລັດ ມົງໂກນ - ເຊິ່ງແມ່ນສັນຍາລັກຂອງພື້ນຖານເອກະລາດ, ເປັນເຈົ້າຕົນເອງ ແລະ ຄວາມເປັນມິດຮັກແພງແຂກຄົນຂອງປະຊາຊົນ ມົງໂກນ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະພ້ອມກັບ ມົງໂກນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຮ່ວມມືກັນລະຫວ່າງບັນດາກຳມາທິການວິຊາສະເພາະ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາໜຸ່ມ; ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືເສດຖະກິດ ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ ແລະ ການພົບປະແລກປ່ຽນປະຊາຊົນເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.