• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການໂຄສະນານຳມະຕິກອງປະຊຸມໃຫ່ຍ ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດ

      ຄວາມຮຽກຮ້ອງໃນສະເພາະໜ້າ ສຳລັບບັນດາອົງການສື່ມວນຊົນໃນໄລຍະຈະມາເຖິງ ແມ່ນຍາມໃດກໍ່ຕ້ອງມານະພະຍາຍາມ, ພະຍາຍາມປະຕິບັດວຽກງານໂຄສະນາ ນຳມະຕິກອງປະຊຸມໃຫ່ຍ ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດໃຫ້ດີກ່ວາອີກ”.
ທ່ານ ວໍ້ວັນເຖືອງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)
      “ຄວາມຮຽກຮ້ອງໃນສະເພາະໜ້າ ສຳລັບບັນດາອົງການສື່ມວນຊົນໃນໄລຍະຈະມາເຖິງ ແມ່ນຍາມໃດກໍ່ຕ້ອງມານະພະຍາຍາມ, ພະຍາຍາມປະຕິບັດວຽກງານໂຄສະນາ ນຳມະຕິກອງປະຊຸມໃຫ່ຍ ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດໃຫ້ດີກ່ວາອີກ”. ນີ້ແມ່ນຄຳຊີ້ນຳຂອງທ່ານ ວໍ້ວັນເຖືອງ ຜູ້ປະຈຳການຄະນະເລຂາ ສູນກາງພັກກອມມູນິດຫວຽດນາມ ທີ່ກອງປະຊຸມສະຫລຸບການເຄື່ອນໄຫວຂອງສູນສື່ມວນຊົນ ແລະ ວາງສະແດງປື້ມ, ໜັງສືພິມຢູ່ກອງປະຊຸມໃຫ່ຍ ຄັ້ງທີ 13 ຂອງພັກຊື່ງດຳເນີນໃນຕອນບ່າຍວັນທີ 16 ເມສາ ທີ່ຮ່າໂນ້ຍ ໂດຍຄະນະໂຄສະນາສືກສາສູນກາງຈັດຂຶ້ນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ວໍ້ວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ເນັ້ນໜັກວ່າ:
   ຄຳຮຽກຮ້ອງໃນສະເພາະໜ້າ ແມ່ນຍາມໃດກໍ່ຕ້ອງພະຍາຍາມປະຕິບັດວຽກງານໂຄສະນາ ນຳມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດໃຫ້ດີກ່ວາອີກ. ໂຄສະນາປະຕິບັດບັນດາມະຕິຂອງສະພາແຫ່ງຊາດ, ລັດຖະບານ, ບັນດາມາດຕະການເພື່ອພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ກໍ່ສ້າງພັກ, ຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ່ທໍ້, ຮຽກຮ້ອງໃຫ້ນັບມື້ນັບຍົກສູງຂຶ້ນ.
(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກາດໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ເຂດນະຄອນ ຮ່າໂນ້ຍ.

Top