• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊອກ​ຫາ​ມາດ​ຕະ​ການ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ EVFTA ແລະ EVIPA ຢ່າງ​ມີ​ປະ​ສິດ​ທິ​ຜົນ

ວັນທີ 8 ຕຸລາ, ຄະນະຊີ້ນຳການເຊື່ອມໂຍງສາກົນແຂວງ ກາເມົາ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ສາຂາ ເກີ່ນເທີ (VCCI ເກີ່ນເທີ) ຈັດຕັ້ງກອງປະຊຸມຫົວເລື່ອງສະເພາະ “EVFTA ແລະ EVIPA - ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການປະຕິບັດຢ່າງມີປະສິດທິຜົນ”.

ກອງປະຊຸມຫົວເລື່ອງສະເພາະ “EVFTA ແລະ EVIPA - ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການປະຕິບັດຢ່າງມີປະສິດທິຜົນ” (ພາບ: baoanhdatmui.vn) 

ຢູ່ທີ່ນີ້, ບັນດາຜູ້ແທນກໍແນະນຳ ແລະ ໄຈ້ແຍກໂດຍສັງເຂບບັນດາຜົນກະທົບຂອງໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດທົ່ວໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ; ຜົນປະໂຫຍດຂອງ ພື້ນຖານເສດຖະກິດເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃໝ່; ບົດບາດຂອງອຳນາດການປົກຄອງ ແລະ ການນຳທ້ອງຖິ່ນ ໃນການຈັດຕັ້ງປະຕິບັດສັນຍາ; ສະເໜີບັນດາມາດຕະການປະຕິບັດສັນຍາໃຫ້ມີປະສິດທິຜົນ…

        ໄປຄຽງຄູ່ກັນນັ້ນ, ກອງປະຊຸມກໍໄດ້ຍົກອອກບັນດາຂໍ້ມູນຫຼ້າສຸດກ່ຽວກັບສະພາບການຜັນແປຂອງເສດຖະກິດໂລກ ແລະ ວິວັດການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ກໍຄື ກ່ຽວກັບ ສັນຍາ EVFTA ແລະ EVIPA. ຈາກນັ້ນ, ຊ່ວຍເຫຼືອບັນດາອົງການລັດ ກໍຄື ວິສາຫະກິດໃນບໍລິເວນແຂວງໃນການວາງກຳນົດນະໂຍບາຍ, ຍົກອອກບັນດາແຜນການ, ທິດທາງເໝາະສົມໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top