• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນນາບຂູ່ຈະໂຕ້ຕອບ ຖ້າຫາກວ່າ ອາເມລິກາສືບຕໍ່ຜັນຂະຫຍາຍລູກສອນໄຟໄລຍະກາງ

      ຈີນກ່າວເຕືອນອາເມລິກາວ່າ ຄວນຢຸດຕິການຜັນຂະຫຍາຍລູກສອນໄຟໄລຍະກາງເທິງໜ້າດິນ ຢູ່ພາກພື້ນອາຊີ - ປາຊີຟິກ, ພ້ອມທັງຢັ້ງຢືນວ່າ ຈະປະຕິບັດບັນດາມາດຕະການໂຕ້ຕອບທີ່ຄ້າຍຄືກັນກັບທຸກໆປະເທດທີ່ຖືກຳມະສິດ ແລະ ຜັນຂະຫຍາຍອາວຸດຊະນິດນີ້.


ທ່ານ ຈ້າວຫຼີຈຽນ ໂຄສົກກະຊວງການຕ່າງປະເທດຈີນ (ພາບ: KT/VOV) 
      ວັນທີ 21 ສິງຫາ, ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ຈ້າວຫຼີຈຽນ ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ ບໍ່ວ່າຄວາມມານະພະຍາຍາມໃດເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍລູກສອນໄຟຕາມແຜນການຈະບັງຄັບໃຫ້ ອຳນາດການປົກຄອງຈີນ ປະຕິບັດ “ບັນດາມາດຕະການຮັບມືທີ່ຈຳເປັນ” ຕ້ານ ຄືນອາເມລິກາ. ທ່ານ ກໍ່ໃຫ້ຮູ້ຕື່ມອີກວ່າ ບັນດາຖະແຫຼງການ ແລະ ການກະທຳຂອງອາເມລິກາໃນຊຸມປີມໍ່ໆມານີ້ ໄດ້ກໍ່ຜົນສະທ້ອນສ່ວນໃດໜຶ່ງເຖິງສະຖຽນລະພາບຂອງໂລກ ແລະ ພາກພື້ນ.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ໜູນ​ຊ່ວຍ ປາ​ແລັດ​ສະ​ຕິນ

ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ໜູນ​ຊ່ວຍ ປາ​ແລັດ​ສະ​ຕິນ

ມະ​ຕິ​ນີ້ໄດ້ສ້າງ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ 30 ປີທີ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ UNCTAD ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ກ່ຽວ​ກັບ​ການນຳ​ບັນ​ດາ​ມາດ​ຕາ​ທີ່​ກ່ຽວ​ຂ້ອງ​ເຖິງ​ລັດ ປາ​ແລັດ​ສະ​ຕິນ ເຂົ້າໃນ​ໂຄງ​ການ​ດຳ​ເນີນ​ງານ​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ອົງ​ການ.

Top