• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງພາບຖ່າຍກ່ຽວກັບການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວແລະກະຊວງຕຳຫຼວດຫວຽດນາມ

      ຕອນເຊົ້າວັນທີ 29 ສິງຫາ, ຢູ່ຫໍພິພິທະພັນກະຊວງປ້ອງກັນຄວາມສະຫງົບລາວ ຢູ່ນະຄອນຫຼວງວຽງຈັນ ໄດ້ໄຂງານວາງສະແດງກ່ຽວກັບການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມ.

ງານວາງສະແດງພາບຖ່າຍກ່ຽວກັບການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ
ແລະກະຊວງຕຳຫຼວດຫວຽດນາມ
(ພາບ: nhandan.com.vn)
      ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 40 ແຫ່ງວັນ 2 ປະເທດເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 – 18 ກໍລະກົດ 2017) ແລະ 55 ປີແຫ່ງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2017). ພັນເອກ ມາລາ ວິລະຈິດ, ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດຄວາມສະຫງົບລາວ, ໃຫ້ຮູ້ວ່າ: ຜ່ານບັນດາພາບຖ່າຍ, ກະຊວງປ້ອງກັນຄວາມສະຫງົບລາວ ປາດຖະໜາວ່າ ງານວາງສະແດງຈະຊ່ວຍໃຫ້ປະຊາຊົນລາວ ແລະ ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ລາວ ມີຄວາມເຂົ້າໃຈກວ່າກ່ຽວກັບນ້ຳໃຈສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ກຳລັງປ້ອງກັນຄວາມສະຫງົບລາວ ແລະ ກຳລັງຕຳຫຼວດຫວຽດນາມ. ງານວາງສະແດງໄດ້ ວາງສະແດງພາບຖ່າຍ 93 ແຜ່ນ, ຕາມ 6 ຫົວຂໍ້ ທີ່ສ່ອງແສງເຖິງນ້ຳໃຈມິດຕະພາບຢ່າງມີຊີວິດຊີວາ ແລະ ການຮ່ວມມືລະຫວ່າງ 2 ປະເທດລາວ - ຫວຽດນາມ; ກ່ຽວກັບການຮ່ວມມືລະຫວ່າງ 2 ພັກ, 2 ລັດ; ກ່ຽວກັບການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ… ງານວາງສະແດງຖືກດຳເນີນຮອດວັນທີ 11 ກັນຍາຈຶ່ງອັດລົງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top