• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ໋​ວາງ​ຈິ ຈັດ​ຕັ້ງພິ​ທີໄວ້​ອາ​ໄລ ແລະ ປົງ​ອັດ​ຖິ​ນັກ​ຮົບ​ ແລະ ນັກ​ຊ​່ຽວ​ຊານ ຫວຽດ​ນາມ ທີ່ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ

ວັນທີ 5 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດ ເສັ້ນທາງເລກທີ 9, ແຂວງກ໋ວາງຈິ ໄດ້ຈັດຕັ້ງພິທີຮັບ, ໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ສປປ ລາວ ຈຳນວນ 16 ອັດຖິ ແລະ ຂຸມອັດຖິທະຫານລວມໝູ່.

ການນຳທະຫານເຂດ 4 ຖະຫວາຍທຽນ ໄວ້ອາໄລນັກຮົບວິລະຊົນທີ່ເສຍສະຫຼະຊີວິດ (ພາບ: TTXVN )

ກ່າວຄຳເຫັນທີ່ພິທີ, ຜູ້ຕາງໜ້າຄະນະກຳມະການ ປະຊາຊົນແຂວງກ໋ວາງຈິ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 34, ແຂວງ ກ໋ວາງຈິ ຈັດຕັ້ງພິທີຮັບອັດຖິນັກຮົບທີ່ເສຍສະຫຼະຊີວິດ (ນັບແຕ່ປີ 1993 ມາຮອດປັດຈຸບັນ), ຢັ້ງຢືນເຖິງບົດບາດຄວາມຮັບຜິດຊອບຂອງອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງກ໋ວາງຈິ ຕໍ່ບັນດາຜູ້ທີ່ໄດ້ເສຍສະຫຼີເລືອດເນື້ອຂອງຕົນເພື່ອເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ, ເພື່ອພາລະກິດສາກົນອັນສູງສົ່ງ. ຊຸມປີຜ່ານມາ, ທາງແຂວງກ໋ວາງຈິ ໄດ້ພ້ອມກັບອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນລາວ ບັນດາເຜົ່າ ຜັນຂະຫຍາຍວຽກງານຄົ້ນຫາ ແລະ ນຳອັດຖິນັກຮົບເສຍສະຫຼະຊີວິດນັບພັນຊຸດກັບເມືອບ້ານເກີດເມືອງນອນ, ປະເທດຊາດ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top