ຜູ້ຕາງໜ້າຂອງເກືອບ 200 ປະເທດໄດ້ເຫັນດີເປັນເອກະສັນກ່ຽວກັບການຮັກສາຄຳໝັ້ນສັນຍາຕໍ່ສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດປີ 2015

ກອງປະຊຸມ COP 23
ກອງປະຊຸມຄັ້ງທີ 23 ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 23) ຢູ່ນະຄອນ Bonn ປະເທດ ເຢຍລະມັນ ໄດ້ອັດລົງໃນວັນທີ 18 ພະຈິກ, ພາຍຫຼັງໂຮມປະຊຸມເປັນເວລາ 2 ອາທິດ. ຜູ້ຕາງໜ້າຂອງເກືອບ 200 ປະເທດໄດ້ເຫັນດີເປັນເອກະສັນກ່ຽວກັບການຮັກສາຄຳໝັ້ນສັນຍາຕໍ່ສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດປີ 2015 ແລະ ເລີ່ມດຳເນີນວິວັດທະນາການເພື່ອແນໃສ່ພິຈາລະນາຄືນບັນດາແຜນການຈຳກັດການປ່ອຍອາຍພິດເຮືອນແກ້ວ.
ບັນດາປະເທດເຫັນດີເຫັນພ້ອມເລີ່ມດຳເນີນວິວັດທະນາການ “Talanoa”, ມີຄວາມໝາຍວ່າແບ່ງປັນບົດຮຽນ, ເລີ່ມແຕ່ປີ 2018 ເພື່ອພິຈາລະນາຄືນບັນດາແຜນການຫລຸດຜ່ອນອາຍພິດເຮືອນແກ້ວທີ່ພວມປະກາດໃຊ້ເພື່ອບັນລຸເປົ້າໝາຍຄວາມມັກໃຫຍ່ໄພສູງຂອງສັນຍາປາຣີ.

(ແຫຼ່ງຄັດຈາກ VOV)