![](https://imagevietnam.vnanet.vn/Upload/2019/11/19/19112019092829230lanhdaodangnhanuocdungayhoidaidoanketdantocbaclieu_nimf.jpg)
ທ່ານ ຟ້າມມິງຈິ໋ງ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ,
ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ
ໂດຍກ່າວປາໄສສະແດງຄວາມດີໃຈກັບພໍ່ແມ່ປະຊາຊົນ, ທ່ານ ຟ້າມມິງຈິ໋ງ ເນັ້ນໜັກວ່າ: ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນກາລະໂອກາດທີ່ດີເພື່ອຫວນຄືນມູນເຊື້ອ, ກໍ່ຄືແມ່ນວັນດຳເນີນຊີວິດການເມືອງຢູ່ເຂດຊຸມຊົນ, ຜ່ານນັ້ນ, ກໍ່ໄດ້ຍົກສູງຊີວິດວັດທະນະທຳ, ຈິດໃຈໃຫ້ແກ່ປະຊາຊົນ, ທ່ານ ມີຄວາມປາຖະໜາໃຫ້ພໍ່ແມ່ປະຊາຊົນ ສືບຕໍ່ປະຕິບັດບັນດາ ຂະບວນການແຂ່ງຂັນ, ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເຂັ້ມແຂງ. ຄະນະກຳມະການແນວໂຮມປະເທດຊາດຫວຽດນາມຂັ້ນຕ່າງໆ ຍູ້ແຮງວຽກງານໂຄສະນາເຜີຍແຜ່ບັນດາແຜນນະໂຍບາຍ, ນະໂຍບາຍຕ່າງໆຂອງພັກ ແລະ ລັດໃຫ້ແກ່ພໍ່ແມ່ປະຊາຊົນ.
ເນື່ອງໃນໂອກາດດັ່ງກ່າວ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ມອບເຮືອນມະຫາສາມັກຄີ ຈຳນວນ 10 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກ.
(ແຫຼ່ງຄັດຈາກ VOV)