• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດ ຢື້ຢາມຖາມຂ່າວ ແລະ ອວຍພອນປີໃໝ່ຢູ່ທ້ອງຖິ່ນຕ່າງໆ

ພັກ, ລັດ, ລັດຖະບານຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ພິເສດເຖິງຊົນຊັ້ນກຳມະກອນ, ຜູ້ອອກແຮງງານ; ຫວັງວ່າ ສະມາຊິກກຳມະບານ...
  ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ຫວຽດນາມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນບັນດາຄອບຄົວນະໂຍບາຍ, ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກແຂວງ ຕວຽນກວາງ  

ວັນທີ 9 ມັງກອນ, ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ຫວຽດນາມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນບັນດາຄອບຄົວນະໂຍບາຍ, ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກແຂວງ ຕວຽນກວາງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີແມວ 2023 ຢູ່ເຂດອຸດສາຫະກຳ ລອງບິ່ງອານ. ນະທີ່ນີ້, ທ່ານ ຫງວຽນຮ່ວາບິ່ງ ຢັ້ງຢືນວ່າ: ພັກ, ລັດ, ລັດຖະບານຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ພິເສດເຖິງຊົນຊັ້ນກຳມະກອນ, ຜູ້ອອກແຮງງານ; ຫວັງວ່າ ສະມາຊິກກຳມະບານ, ກຳມະກອນຜູ້ອອກແຮງງານທຸກຄົນ ພ້ອມກັບຄອບຄົວໃນບໍລິເວນແຂວງ ຕວຽນກວາງ ລ້ວນແຕ່ໄດ້ຕ້ອນຮັບບຸນເຕັດແຫ່ງການເຕົ້າໂຮມ, ອົບອຸ່ນ, ປອດໄພ ແລະ ປະຢັດ; ບັນດາວິສາຫະກິດສືບຕໍ່ເອົາໃຈໃສ່, ສະຫງວນແຫຼ່ງກຳລັງເບິ່ງແຍງດູແລຜູ້ອອກແຮງງານ, ຮັບປະກັນວຽກງານຮັບປະກັນຊີວິດສັງຄົມ.

ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ການຢ້ຽມຢາມ, ອວຍພອນປີໃໝ່ປະຈຳຊາດປີແມວ 2023 ເຖິງບັນດາຜູ້ມີອິດທິພົນຊື່ສຽງໃນວົງຄະນະຍາດບັນດາເຜົ່າສ່ວນໜ້ອຍໃນບໍລິເວນແຂວງ ຊອກຈັງ, ທ່ານ ເລເຊີນຫາຍ, ຮອງລັດຖະມົນຕີ, ຮອງຫົວໜ້າຄະນະກຳມະການຊົນເຜົ່າ, ເນັ້ນໜັກວ່າ:

“ຫວັງວ່າພີ່ປ້າ, ນ່າລຸງອ້າຍເອື້ອຍ ຈະພ້ອມກັນເຂົ້າຮ່ວມກັບອຳນາດການປົກຄອງຂົນຂວາຍປະຊາຊົນຈັດຕັ້ງປະຕິບັດບັນດານະໂຍບາຍຊົນເຜົ່າເວົ້າລວມ ແລະ ບັນດາໜ້າທີ່ຂອງໂຄງການເປົ້າໝາຍແຫ່ງຊາດໃຫ້ເປັນຢ່າງດີ. ຂ້າພະເຈົ້າກໍ່ຫວັງວ່າ ພີ່ປ້ານ້າລຸງຈະຕິດຕາມ, ກວດກາ, ໜູນຊ່ວຍອຳນາດການປົກຄອງໃນການຈັດຕັ້ງປະຕິບັດ, ສ່ອງແສງຄວາມມຸ່ງມາດປາດຖະໜາຂອງປະຊາຊົນໃນວິວັດແຫ່ງການປະຕິບັດບັນດານະໂຍບາຍຊົນເຜົ່າເວົ້າລວມໃນບໍລິເວນແຂວງ ເພື່ອຮັບປະກັນບັນດານະໂຍບາຍຂອງພວກເຮົາໄປຮອດພໍ່ແມ່ປະຊາຊົນທົ່ວເຖິງທີ່ສຸດ”.

ນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ເລເຊີນຫາຍ ໄດ້ມອບຂອງຂວັນ 100 ພູດໃຫ້ບັນດາຜູ້ມີອິດທິພົນຊື່ສຽງໃນບໍລິເວນແຂວງ ຊອກຈັງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top