• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງສາທາລະນະສຸກ ຮຽກຮ້ອງໃຫ້ ຕ້ອງກວດກາຢ່າງເຄັ່ງຄັດຜູ້ທີ່ມາຈາກເຂດມີກໍລະນີຕິດເຊື້ອໃນຊຸມຊົນ

      ວັນທີ 23 ມິຖຸນາ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ປະກາດໜັງສືທາງການ ກ່ຽວກັບການປະຕິບັດການແຍກຕົວ ສໍາລັບຜູ້ທີ່ມາຈາກເຂດທີ່ມີກໍລະນີຕິດເຊື້ອໃນຊຸມຊົນ. 
ບຸກຄົນທີ່ມາຈາກແຂວງ, ນະຄອນ ທີ່ມີກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ ຕ້ອງແຈ້ງອາການສຸຂະພາບໃຫ້ຖືກຕ້ອງຕາມຄວາມຈິງ (ພາບ: TTXVN)
      ກະຊວງສາທາລະນະສຸກ ສະເໜີໃຫ້ປະທານຄະນະກຳມະການປະຊາຊົນ ແຂວງຕ່າງໆ ຊີ້ນຳປະຕິບັດບັນດາມາດຕະການກວດກາຢ່າງເຄັ່ງຄັດຜູ້ທີ່ມາຈາກເຂດມີກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ ໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ກະຊວງສາທາລະນະສຸກ.
        ຕາມນັ້ນແລ້ວ, ບຸກຄົນທີ່ມາຈາກແຂວງ, ນະຄອນ ທີ່ມີກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ ຕ້ອງແຈ້ງອາການສຸຂະພາບໃຫ້ຖືກຕ້ອງຕາມຄວາມຈິງ ແລະ ຕ້ອງມີຄວາມຮັບຜິດຊອບຕໍ່ຂໍ້ມູນເຫຼົ່ານັ້ນ. ປະຕິບັດການແຍກຕົວສຳລັບຜູ້ມີການສຳຜັດໂດຍກົງກັບຜູ້ຕິດເຊື້ອພະຍາດໂຄວິດ - 19 (F1) ຫຼື ກໍລະນີ F2 – ຜູ້ທີ່ມີການສຳຜັດກັບຜູ້ F1. ສຳລັບກໍລະນີທີ່ມາຈາກເຂດມີຜູ້ຕິດເຊື້ອໃນຊຸມຊົນ ກໍຕ້ອງປະຕິບັດການຕິດຕາມອາການສຸຂະພາບ ແລະ ຮຽກຮ້ອງໃຫ້ຈຳກັດການສຳຜັດກັບຜູ້ອ້ອມຂ້າງ, ບໍ່ເຂົ້າຮ່ວມກິດຈະກຳທີ່ເຕົ້າໂຮມກັນຫຼາຍຄົນ ໃນຮອບເວລາ 14 ວັນ. 
(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top