• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNICEF: ເຊື້ອພະຍາດໂຄວິດ-19 ນາບຂູ່ຕໍ່ບັນດາລາຍການສັກຢາກັນພະຍາດຢູ່ພາກພື້ນປາຊີຟິກ

      ວັນທີ 14 ກັນຍາ, ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ໄດ້ກ່າວເຕືອນວ່າ ໂລກລະບາດໂຄວິດ-19 ພວມນາບຂູ່ຕໍ່ບັນດາລາຍການສັກຢາກັນພະຍາດປະຈຳໄລຍະໃຫ້ເດັກນ້ອຍຢູ່ Fiji ແລະ ຢູ່ຫລາຍພາກພື້ນອື່ນໃນປາຊີຟິກ. 
ເດັກນ້ອຍສັກຢາກັນພະຍາດຢູ່ແຂວງ ກາວບັງ (ພາບ: WHO ຫວຽດນາມ)
      UNICEF ໃຫ້ຮູ້ວ່າ: ອັດຕາສ່ວນເດັກນ້ອຍໄດ້ຮັບການສັກຢາກັນພະຍາດມີທ່າອ່ຽງຫລຸດລົງ ເມື່ອໂລກລະບາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນ ອາດຈະພາໄປເຖິງຈຳນວນເດັກນ້ອຍເປັນພະຍາດຢູ່ພາກພື້ນປາຊີຟິກ ອາດຈະເພີ່ມຂຶ້ນ. ທ່ານ Sheldon Yett, ຫົວໜ້າຜູ້ຕາງໜ້າ UNICEF ພາກພື້ນປາຊີຟິກ ຖືວ່າ ສະພາບການຂາດວັກຂາດຕອນບັນດາການບໍລິການເບິ່ງແຍງດູແລສາທາລະນະສຸກໃນສະພາບການໂລກລະບາດໂຄວິດ-19 ກໍ່ຂຶ້ນ ອາດຈະເຮັດໃຫ້ອັດຕາເດັກນ້ອຍເສຍຊີວິດເພີ່ມຂຶ້ນ ເມື່ອແມ່ຂອງເດັກມີຄວາມວິຕົກກັງວົນກ່ຽວກັບໂລກລະບາດໂຄວິດ-19, ບໍ່ຢາກພາເດັກໄປສັກຢາກັນພະຍາດ.  

ໂປແກຼມຕິດຕາມຫາໄວຣັດ SARS-CoV-2 ຂອງເຢຍລະມັນ (ພາບ: AFP) 
              ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, 6 ປະເທດສະຫະພາບເອີຣົບ (ອີຢູ) ລວມມີ: ສ.ເຊັກໂກ, ແດນມາກ, ເຢຍລະມັນ, ອຽກລັງ, ອີຕາລີ ແລະ ລັດເວຍ ເລີ່ມຕົ້ນທົດລອງເຕັກໂນໂລຊີເຊື່ອມຕໍ່ບັນດາໂປແກຼມຕິດຕາມຫາໄວຣັດ SARS-CoV-2 ໃນທົ່ວເອີຣົບ ໃນສະພາບການ “ອີຢູ” ພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍຂອງໂລກລະບາດໂຄວິດ-19 ຮອບທີ 2.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top