ມີຫຼາຍກວ່າ 200 ກິດຈະກຳ, ໃນນັ້ນມີກອງປະຊຸມຂັ້ນລັດຖະມົນຕີ ແລະ ການສົນທະນາຂັ້ນສູງ 11 ຄັ້ງ, ພ້ອມກັບຂໍ້ລິເລີ່ມການຮ່ວມມືຫຼາຍຢ່າງໃນຫຼາຍຂົງເຂດ ເຊິ່ງ ຫວຽດນາມ ພວມກະກຽມໃຫ້ແກ່ APEC 2027. ນີ້ແມ່ນຂໍ້ມູນຂ່າວສານໄດ້ຍົກອອກມາທີ່ກອງປະຊຸຸມຖະແຫຼງຂ່າວສາກົນກ່ຽວກັບປີ APEC ຫວຽດນາມ 2027, ໂດຍຄະນະກຳມະການແຫ່ງຊາດ APEC 2027 ຈັດຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ, ຢູ່ ຮ່າໂນ້ຍ.
ທ່ານ ຫງວຽນມິງວູ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະເລຂານຸການແຫ່ງຊາດ APEC 2027, ຢືນຢັນບົນພື້ນຖານສືບທອດ ບັນດາຜົນສຳເລັດຂອງ APEC 2026 ແລະ ມຸ່ງໄປເຖິງການປະຕິບັດວິໄສທັດ APEC 2040, ຫວຽດນາມ ໄດ້ເລືອກຫົວຂໍ້ "ພ້ອມກັນສ້າງຍຸກໃໝ່ເຂັ້ມແຂງດ້ວຍຕົນເອງ, ນະວັດຕະກຳ ແລະ ວັດທະນາຖາວອນລວມ", ພ້ອມກັນນັ້ນ ສະເໜີສາມບຸລິມະສິດຮ່ວມມື, ລວມມີ: ຍົກສູງສະມັດຕະພາບຂອງພື້ນຖານເສດຖະກິດ; ຊຸກຍູ້ດ້ານການຄ້າ ແລະ ການລົງທຶນຢູ່ພາກພື້ນ; ຍົກສູງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນຂອງພື້ນຖານເສດຖະກິດ ແລະ ຄຸນນະພາບການດຳລົງຊີວິດຂອງປະຊາຊົນ.
“ຜ່ານບຸລິມະສິດສາມຢ່າງນີ້, ຫວຽດນາມ ໃນຖານະທີ່ເປັນເຈົ້າພາບຈັດ APEC 2027 ຫວັງວ່າຈະພ້ອມກັບບັນດາສະມາຊິກ APEC ແກ້ໄຂບັນດາບັນຫາ, ບັນດາເນື້ອການຮ່ວມມືລະອຽດແທ້ຈິງທີ່ສຸດ ພ້ອມກັບບັນດາຂໍ້ລິເລີ່ມ ແລະ ການຮ່ວມມືລະອຽດ ນຳມາເຊິ່ງມູນຄ່າໄລຍະຍາວ ແລະ ປະກອບສ່ວນເຂົ້າໃນການປະຕິບັດວິໄສທັດ Putrajaya 2040.”
ຫຼາຍກວ່າ 200 ກິດຈະກຳໃນປີ APEC 2027 ຈະຈັດຂຶ້ນຢູ່ 7 ແຂວງ, ນະຄອນ. ສະເພາະສັບປະດາຂັ້ນສູງ APEC 2027 ຄາດວ່າຈະຕ້ອນຮັບຜູ້ແທນກວ່າ 10.000 ຄົນ ແລະ ນັກຂ່າວພາຍໃນ ແລະ ຕ່າງປະເທດຫຼາຍກວ່າ 3.000 ຄົນເຂົ້າຮ່ວມ.






