• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

42 ກິດ​ຈະ​ກຳ​ໄດ້​ຮັບ​ລາງວັນ​ປະ​ດິດ​ຄິດ​ສ້າງວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ

ຜ່ານວິວັດການພິຈາລະນາ, ຕີລາຄາ, ສະພາກຳມະການໄດ້ ຕັດສິນມອບລາງວັນໃຫ້ 42 ກິດຈະກຳ, ໃນນັ້ນ ມີລາງວັນທີ 1 ​ມີ 06 ລາງວັນ, ລາງວັນທີ 2 ​ມີ 10 ລາງວັນ, ລາງວັນທີ 3 ມ​ີ 13 ລາງວັນ ແລະ ລາງວັນຊົມເຊີຍ 13 ລາງວັນ.
  ທ່ານ​ນາງ ບຸຍ​ທິ​ມິງ​ຮ່​ວາຍ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ທ່ານ​ ຫງວຽນ​ຮົ່ງ​ຢຽນ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ມອບ​ລາງວັນ​ທີ​ໜຶ່ງ​ໃຫ້​ແກ່​ຜູ້​ຂຽນ, ກຸ່ມ​ຜູ້​ຂຽນ (ພ​າບ​: VNA)  

ພິ​ທີ​ສະ​ຫຼຸບ ແລະ ມອບ​ລາງ​ສັນ​ປະ​ດິດ​ຄິດ​ສ້າງວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ປີ 2025 ໄດ້​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ, ປີ 2025, ລາງວັນປະດິດຄິດສ້າງວິທະຍາສາດ - ເຕັກໂນໂລຢີ ຫວຽດນາມ ໄດ້ຮັບ 121 ກິດຈະກຳສົ່ງເຂົ້າຮ່ວມຈາກບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ ແລະ ວິສາຫະກິດ. ຜ່ານວິວັດການພິຈາລະນາ, ຕີລາຄາ, ສະພາກຳມະການໄດ້ ຕັດສິນມອບລາງວັນໃຫ້ 42 ກິດຈະກຳ, ໃນນັ້ນ ມີລາງວັນທີ 1 ​ມີ 06 ລາງວັນ, ລາງວັນທີ 2 ​ມີ 10 ລາງວັນ, ລາງວັນທີ 3 ມ​ີ 13 ລາງວັນ ແລະ ລາງວັນຊົມເຊີຍ 13 ລາງວັນ. ກ່າວຄຳເຫັນທີ່ພິທີ, ທ່ານ ສຈ.ບັນດິດ ເຈົາວັນມິງ, ປະທານສະຫະພັນ ບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຢັ້ງຢືນວ່າ:

ຜ່ານ​ວິ​ວັດ​ການ 30 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ນັບ​ແຕ່​ປີ 1995, ລາງວັນ​ປະ​ດິດຄິດ​ສ້າງວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ອິດ​ທິ​ພົນ​ຊື່​ສຽງ ແລະ ຖາ​ນະ​ທີ່ຕັ້ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ລາງວັນທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ທີ່​ສຸດ​ແຖວ​ໜ້າ​ຂອງວົງ​ການ​ນັກ​ປັນ​ຍາ​ຊົນ​ຂອງ​ປະ​ເທດ​ຊາດຢ່າງໝັ້ນ​ແກ່ນ. ບໍ່​ພຽງ​ແຕ່​ແມ່ນ​ແຫ່ງ​ເຕົ້າ​ໂຮມ ແລະ ເຊີດ​ຊູ​ບັນ​ດາ​ຜົນ​ສຳ​ງານ​ໃນ​ການຄົ້ນຄວ້າ​ດີ​ເດັ່ນເທົ່າ​ນັ້ນ, ລາງວັນ​​ນີ້ຍັງ​ແມ່ນ​ພະ​ຍານຫຼັກ​ຖານ​ຢ່າງມີ​ຊີ​ວິດ​ຊີ​ວາ​ໃຫ້​ແກ່​ບົດ​ບາດແກ່ນສານຂອງ​ຖັນ​ແຖວ​ນັກ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ - ກຳ​ລັງ​ຕາງ​ໜ້າໃຫ້ພູມ​ປັນ​ຍາ, ​ຄຸນ​ນະ​ທາດ ແລະ ​ກຳ​ລັງຫົວ​ຄິດປະ​ດິດ​ສ້າງ​ຂອງ​ຊາດ, ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ຊາ​ຊົນ​ທຸ​ກ​ຊັ້ນ​ວັນ​ນະ ສ້າງ​ບາດ​ກ້າວ​ເດີນ​ທີ່ສຳ​ຄັນ​ຂອງ​ຊາດອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top