• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

2 ຖ້ຽວບິນຂົນສົ່ງແຂກສາກົນມາດ່ານັ້ງໃນເດືອນມີນາ

ວັນທີ 27 ມີນາຈະມາເຖິງ, ຈະມີ 2 ຖ້ຽວບິນຈາກສິງກະໂປ ແລະ ບາງກອກ (ໄທ) ຈະຂົນສົ່ງແຂກທ່ອງທ່ຽວສາກົນ ມາຍັງນະຄອນດ່ານັ້ງ, ເຊື່ອມຕໍ່ຖ້ຽວບິນສາກົນຄືນໃໝ່ຢ່າງເປັນທາງການ ພາຍຫຼັງຖືກຕັດຂາດມາເປັນເວລາ 2 ປີ.
  ພາບປະກອບ: VOV  

 ມາຮອດປັດຈຸບັນ, ມີບໍລິສັດການບິນ 9 ແຫ່ງ ໄດ້ເປີດສາຍການບິນສາກົນໂດຍກົງມາຍັງນະຄອນດ່ານັ້ງ. ຕາມພະແນກທ່ອງທ່ຽວນະຄອນ ດ່ານັ້ງ ແລ້ວ, ພາຍຫຼັງ 2 ຖ້ຽວບິນດັ່ງກ່າວ, ຄາດວ່າ ໃນເດືອນເມສາ, ຈະມີ ຖ້ຽວບິນຈາກ Kuala Lumpur (ມາເລເຊຍ), ບາງກອກ (ໄທ), ສິງກະໂປ ແລະ Incheon (ສ.ເກົາຫຼີ) ມາຍັງດ່ານັ້ງ. ມີຫຼາຍການເຄື່ອນໄຫວທ່ອງທ່ຽວຈະໄດ້ຈັດຂຶ້ນທົ່ວທັງປີຢູ່ນະຄອນດ່ານັ້ງ, ຈຸດສຸມແມ່ນໃນລະດູຮ້ອນນີ້. ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໄດ້ປະກາດໃຊ້ວິທີຈັດການເຄື່ອນໄຫວທ່ອງທ່ຽວຄືນໃໝ່ໃນເງື່ອນໄຂປົກກະຕິໃໝ່ ດ້ວຍສານທີ່ວ່າ “ດ່ານັ້ງ ກຽມພ້ອມເປີດປະຕູ, ຕ້ອນຮັບແຂກທ່ອງທ່ຽວ”.


(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top