• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນປື້ມບຸນເຕັດປີວອກ 2016 ຢູ່ນະຄອນໂຮ່ຈິມິນ


ໄຂງານບຸນປື້ມບຸນເຕັດປີວອກ2016ຢູ່ນະຄອນໂຮ່ຈິມິນ
(ພາບ: baogiaothong)
      ວັນ​ທີ 05/02, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດ​ພິ​ທີ​ໄຂ​ງານ​ບຸນຖະ​ໜົນ​ປື້ມ​ບຸນ​ປີ​ໃໝ່​ປີ​ວອກ 2016 ໃນ​ຖະ​ໜົນ​ສາຍ ມາກ​ທິ​ເບືອຍ - ຫງວຽນ​ເຫ້ວ - ໂງ​ດຶກ​ເກ໋ ດ້ວຍ​ຫົວ​ຂ​ໍ້​ວ່​າ “ນະ​ຄອນ​ໂຮ່​ຈິ​ມິນ ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເຊື່ອມ​ໂຍງ ແລະ ພັ​ດ​ທະ​ນາ”. ຖະ​ໜົນ​ປື້ມ​​ຖືກ​​ໄຂ​ຂຶ້ນເພື່ອ​ຮັບ​ໃຊ້ປະ​ຊາ​ຊົນ​ນະ​ຄອນ ແລະ ນັກ​ທ່ອງ​ທ່ຽວ​ແຕ່ນີ້​ຮອດ​ວັນ​ທີ 12/02. ນີ້​ແມ່ນ​​ບ່ອນ​ທີ່​ສະ​ຫງວນ​ໃຫ້​ຜູ້​ມັກ​ອ່ານ​ປື້ມ​ມາ​ເຂດ​ໃຈ​ກາງ​ນະ​ຄອນ​ໃນ​ໂອ​ກາດ​ຕົ້​ນ​ລະ​ດູ​ບານ​ໃໝ່. ງານ​ບຸນ​ຖະ​ໜົນ​ດອກ​ໄມ້​ຖືກ​ຈັດ​ຂຶ້ນ​ປະ​ຈຳ​ປີ ແລະ ໄດ້​ກາຍ​ເປັນ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ນະ​ຄອນ​ໃນ​ໂອ​ກາດ​ບຸນ​ເຕັດ​ວຽນ​ມາ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top