• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄສະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຫວຽດນາມຢູ່ມາເລເຊຍ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ຫວຽດ​ນາມ​ປະ​ຈຳ​ມາ​ເລ​ເຊຍ 
ຟ້າມ​ກາວ​ຟອງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: TTXVN)
          ວັນ​ທີ 07/12, ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູ​ດ​ຫວຽດ​ນາມ ປະ​ຈຳ​ມາ​ເລ​ເຊຍ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽ​ວ​ຢູ່​ນະ​ຄອ​ນ​ຫຼວງ Kuala Lumpur, ປະ​ເທດ​ມາ​ເລ​ເຊຍ, ດ້ວຍ​ຫົວ​ຂໍ້​ວ່າ “Vietnam Tourism Roadshow”, ​ອັນໄດ້​ດຶງ​ດູ​ດ​ຜູ້​ຕາງ​ໜ້າ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ທີ່​ມາ​ຈາກ 2 ປະ​ເທດກວ່າ 100 ຄົນ. ທີ່​ເຫດ​ການ, ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​​ແນະ​ນຳ​ບັນ​ດາ​ເຂດ​ບູ​ຊະ​ນີ​ຍະ​ສະ​ຖານ​ທີ່​ດີ​ເດັ່ນ​ຂອງ​ຫວຽດ​ນາມ ເຊິ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ໂລກ​ຄື: ຖ້ຳ ເຊີນ​ດ່ອງ, ອ່າວ​ຮ້າ​ລອງ, ຄຸມ​ຖະ​ໜົນ​ເກົ່າ ໂຮ້ຍ​ອານ, ພ້ອມ​ກັບ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ ແລະ ທັດ​ສະ​ນີ​ຍະ​ພາບ​ທີ່​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ອາ​ກາດ​ຂອງ​ບັນ​ດາ​ເຂດ​ພາກ​ໃນ​ທ​ົ່ວ​ປະ​ເທດ. ນອກນັ້ນ, ກົມ​ໃຫຍ່​ທ່ອງ​ທ່ຽວ ກໍ​ອັບ​ເດັດ​ບັນ​ດາ​ຂໍ້​ມູນ​ຂ່າວ​ລ​າ​້​ສຸດ​ກ່ຽວ​ກັບ​ການ​ຍົກ​ລະ​ດັບ, ພັດ​ທະ​ນາ ແລະ ເປີດກວ້າງ​ບັນ​ດາ​ຂະ​ແໜງ​ການ​ບໍ​ລິ​ການ, ພື້​ນ​ຖານ​ໂຄງ​ລ່າງ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຂົງ​ເຂດ​ທ່ອງ​ທ່ຽວ.
 (ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top