• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ ສະ​ພາ​ຄວາ​ມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ ສ​ະ​ພາບ​ຄວາ​ມ​ໝັ້ນ​ຄົງ ຢູ່ສາ​ທາ​ລະ​ນະ​ລັດ ກົງ​ໂກ ແລະ ພູ​ພຽງໂກ​ແລນ

 ວັນທີ 05 ຕຸລາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມກ່ຽວກັບສະພາບການຢູ່ສາທາລະນະລັດ ປະຊາທິປະໄຕ ກົງໂກ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດງານຂອງ ສປຊ ປະຈຳປະເທດນີ້ (MONUSCO).
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບຄວາມໝັ້ນຄົງ ແລະ ມະນຸດສະທຳທີ່ນັບມື້ນັບສັບສົນຂຶ້ນຕື່ມຢູ່ພາກຕາເວັນອອກ  ກົງໂກ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ປະຊາຄົມສາກົນ ຊ່ວຍເຫຼືອປະຊາຊົນ ກົງໂກ, ໃນຕໍ່ໜ້າແມ່ນເພື່ອຮັບມືກັບສິ່ງທ້າທາຍຈາກໂລກລະບາດໂຄວິດ - 19 ແລະ ຮັບປະກັນໃຫ້ປະຊາຊົນໄດ້ຮັບວັກຊິນ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ການເພີ່ມທະວີຄວາມມານະພະຍາຍາມຮ່ວມມືໃນພາກພື້ນ ເພື່ອແນໃສ່ໜູນຊ່ວຍການແກ້ໄຂຕົ້ນເຫດຂອງການປະທະກັນຢູ່ພາກຕາເວັນອອກ ກົງໂກ, ສຸມໃສ່ການຮັບມືກັບການເຄື່ອນໄຫວຂອງອາດຊະຍາກຳຂອງກຸ່ມປະກອບອາວຸດ, ຄຸ້ມຄອງການຂຸດຄົ້ນ ແລະ ການຄ້າຂາຍຊັບພະຍາກອນທຳມະຊາດ, ຊຸກຍູ້ການໄກ່ເກ່ຍລະຫວ່າງວົງຄະນະຍາດຊຸມຊົນ.

        ໃນວັນດຽວກັນ, ຫວຽດນາມ ກໍໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືປະກອບຄຳເຫັນປິດ ປະຈຳໄລຍະຂອງ ສະພາຄວາມໝັ້ນຄົງ, ສປຊ ກ່ຽວກັບສະພາບການຢູ່ ພູພຽງ ໂກແລນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top