• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ນອນໃນ Top 20 ພື້ນຖານເສດຖະກິດດີທີ່ສຸດເພື່ອລົງທຶນ

      U.S.News & Wolrd Report  (ບໍລິສັດສື່ມວນຊົນຂອງ ອາເມລິກາ ພິມຈຳໜ່າຍຂ່າວ, ຄຳເຫັນ, ປຶກສາດ້ານບໍລິໂພກ, ຕາຕະລາງຈັດອັນດັບ ແລະ ໄຈ້ແຍກ) ຫາກໍ່ປະກາດຈັດອັນດັບບັນດາພື້ນຖານເສດຖະກິດດີທີ່ສຸດໃນການລົງທຶນ ປີ 2019.

ພາບປະກອບ: tapchitaichinh.vn
      ໃນນັ້ນ, ຫວຽດນາມ ໄດ້ ລື່ນກາຍບັນດາປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ລວມມີ: ມາເລເຊຍ, ອີນໂດເນເຊຍ ແລະ ສິງກະໂປ, ຢືນຢູ່ອັນດັບທີ 8, ຈາກອັນດັບທີ 23 ໃນປີ 2018. ຕາຕະລາງຈັດອັນດັບໄດ້ອີງຕາມ 8 ມາດຖານລວມມີ: ຈິດໃຈເລີ່ມຕົ້ນທຸລະກິດ, ສະຖຽນລະພາບດ້ານເສດຖະກິດ, ນະໂຍບາຍພາສີທີ່ມີຄວາມສະດວກ, ຫົວຄິດປະດິດສ້າງ, ແຮງງານທີ່ມີສີມື, ວິຊາສະເພາະດ້ານເຕັກໂນໂລຢີ, ຄວາມຂະຫຍັນຂັນເຄື່ອນ ແລະ ໄພສໍ້ລາດບັງຫຼວງ.
        U.S.News & Wolrd Report  ໄດ້ຕີລາຄາວ່າ ບັນດາການປະຕິຮູບນະໂຍບາຍເສດຖະກິດໄດ້ຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດທີ່ມີຄວາມແກ່ງແຍ້ງ ແລະ ທັນສະໄໝກ່ວາ. ຫວຽດນາມພວມນັບມື້ນັບເຊື່ອມໂຍງເລິກກ່ວາອີກເມື່ອກາຍເປັນສະມາຊິກຂອງອົງການການຄ້າໂລກ (WTO), ສປຊ, ກໍ່ຄືການເຂົ້າຮ່ວມ ອາຊຽນ, ເວທີປາໄສຮ່ວມມືເສດຖະກິດ ອາຊີ -ປາຊີຟິກພ້ອມກັບບັນດາສັນຍາການຄ້າໃຫຍ່.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິການ​ສະ​ພາ​ຄວາມ​ໝັ້ນ​ຄົງ ເບ​ລາ​ຣຸດ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິການ​ສະ​ພາ​ຄວາມ​ໝັ້ນ​ຄົງ ເບ​ລາ​ຣຸດ

ໜ້າທີ່ຂອງບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດແມ່ນຕັ້ງໜ້າຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງ, ເຮັດໃຫ້ບັນດາເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດອຸດົມສົມບູນກວ່າ.

Top