• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນສາກົນຕີລາຄາສູງຕໍ່ວຽກງານເລືອກຕັ້ງຂອງ ຫວຽດນາມ

      ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ  XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຂອງ ຫວຽດນາມ ທີ່ດຳເນີນໃນວັນທີ 23 ພຶດສະພາ ໄດ້ດຶງດູດຄວາມສົນໃຈຈາກສື່ມວນຊົນສາກົນ.
ບົດຂຽນຂອງນັກຂ່າວຜູ້ອາວຸໂສ Dipanjan Roy Chaudhury ໄດ້ເອົາລົງໃນ ສື່ເອເລັກໂຕນິກ Economic Times ຂອງ ອິນດຍ (ພາບ: TTXVN)
        ຕາມສຳນັກຂ່າວສານ Reuters ຂອງ ອັງກິດແລ້ວ, ປະຊາຊົນ ຫວຽດນາມ ນັບສິບລ້ານຄົນໄດ້ໃສ່ຜ້າອັດປາກອັດດັງໄປປ່ອນບັດ ເພື່ອເລືອກຕັ້ງຜູ້ແທນດີເດັ່ນເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນໃນອາຍຸການ 2021 – 2026. ໃນສະພາບການທີ່ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ເຈົ້າໜ້າທີ່ຜູ້ມີສິດອຳນດໄດ້ນຳໃຊ້ບັນດາມາດຕະການເພື່ອຮັບປະກັນໃຫ້ການເລືອກຕັ້ງໄດ້ດໍາເນີນໄປຢ່າງປອດໄພ. ຕາມນັ້ນແລ້ວ, ຢູ່ບັນດາສະຖານທີ່ປ່ອນບັດ ເລືອກຕັ້ງ ຕ່າງກໍຮັບປະກັນປະຕິບັດຖືກຕ້ອງຕາມມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ. ຢູ່ເຂດແຍກຕົວລວມໝູ່, ຫີບບັດເລືອກຕັ້ງສຳຄັນກໍໄດ້ຮັບການສີດຢາຂ້າເຊື້ອ ເພື່ອຮັບປະກັນຄວາມປອດໄພ.
        ໃນຂະນະນັ້ນ, ສຳນັກຂ່າວສານ Bernama ຂອງ ມາເລເຊຍ ໄດ້ໃຫ້ຂ່າວວ່າ ກອງທັບ ຫວຽດນາມ ກຽມພ້ອມ, ຮັບປະກັນຄວາມປອດໄພໃຫ້ແກ່ການປ່ອນບັດ.
        ກ່ອນໜ້ານັ້ນ, ວັນທີ 22 ພຶດສະພາ, ສື່ເອເລັກໂຕນິກ Economic Times ຂອງ ອິນດຍ ກໍໄດ້ລົງບົດຂຽນຂອງນັກຂ່າວຜູ້ອາວຸໂສ Dipanjan Roy Chaudhury ໂດຍໃຫ້ຂໍ້ສັງເກດວ່າ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງໄດ້ປະຕິບັດຢ່າງແທດເໝາະກັບສະພາບການຕົວຈິງ. ໂດຍພື້ນຖານແລ້ວ, ຢູ່ບັນດາສະຖານທີ່ປ່ອນບັດ ເລືອກຕັ້ງ ໄດ້ຮັບການກະກຽມເປັນຢ່າງດີທີ່ສຸດ ນັບທັງເງື່ອນໄຂທາງດ້ານບຸກຄະລາກອນ ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດ. 
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top