• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິ້ນສຸດບັນດາເຫດການໃນສັບປະດາຄ້ຳປະກັນດ້ານສະບຽງອາຫານ APEC

      ວັນທີ 25 ສິງຫາ, ຢູ່ນະຄອນເກີນເທີ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລກ໋ວກແຢງ ໄດ້ເປັນປະທານກອງປະຊຸມຂ່າວສິ້ນສຸດບັນດາເຫດການໃນສັບປະດາຄ້ຳປະກັນດ້ານສະບຽງອາຫານ

ກອງປະຊຸມຂ່າວສິ້ນສຸດບັນດາເຫດການໃນສັບປະດາຄ້ຳປະກັນດ້ານສະບຽງອາຫານ
(ພາບ: TTXVN)
      ແລະ ເຈລະຈານະໂຍບາຍຂັ້ນສູງກ່ຽວກັບການ ຄ້ຳປະກັນດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຕາມທ່ານຮອງລັດຖະມົນຕີ ເລກ໋ວກແຢງ ແລ້ວ, ການເຈລະຈາຄ້ຳປະກັນດ້ານສະບຽງອາຫານຄັ້ງນີ້ ໄດ້ຮັບຮອງເອົາເອກະສານມີຄວາມໝາຍສຳຄັນ 3 ສະບັບ, ລວມມີແຜນການກະທຳປະຕິບັດກອບໂຄງການຫຼາຍປີຂອງ APEC ກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ ແລະ ການປ່ຽນແປງຂອງດິນຟ້າອາກາດ; ແຜນການເຄື່ອນໄຫວປະຕິບັດກອບຍຸດທະສາດ APEC ກ່ຽວກັບການພັດທະນາຊົນນະບົດ - ຕົວເມືອງ ແບບຍືນຍົງເພື່ອເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ ແລະ ການເຕີບໂຕດ້ານຄຸນນະພາບ. ຖະແຫຼງການ ເກີນເທີ ກ່ຽວກັບການເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ ໄດ້ເນັ້ນໜັກວ່າ, ການຄ້ຳປະກັນດ້ານສະບຽງອາຫານຈະສືບຕໍ່ແມ່ນບັນຫາສຳຄັນສຳລັບປະຊາຄົມສາກົນເວົ້າລວມ ແລະ ພາກພື້ນ APEC ເວົ້າສະເພາະ, ກໍຄືບົດບາດສຳຄັນຂອງພື້ນຖານເສດຖະກິດ APEC ໃນລະບົບມູນຄ່າຄືໃນປະຈຸບັນ ກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານທົ່ວໂລກ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top