ຂ່າວສານ
ສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປ່ຢ່າງສັບສົນຢູ່ຫຼາຍແຫ່ງ ດ້ວຍການແຜ່ລະບາດຢ່າງແຮງຂອງເຊື້ອໄວຣັດສາຍພັນ Omicron

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 31 ທັນວາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 286,7 ລ້ານ ຄົນ ແລະ ຜູ້ເສຍຊີວິດກ່ວາ 5,44 ລ້ານຄົນ.
ຕົວເລກສະຖິຕິຄັ້ງຫຼ້າສຸດຂອງ ສຳນັກຂ່າວສານ AFP (ຝລັ່ງ) ໃຫ້ເຫັນວ່າ ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃໝ່ໃນໂລກ ເປັນຄັ້ງທຳອິດ ທີ່ລື່ນກາຍລະດັບ 1 ລ້ານຄົນຕໍ່ວັນ ນັບແຕ່ເກີດໂລກລະບາດໂຄວິດ - 19 ມາ 2 ປີນີ້. ຕາມນັ້ນແລ້ວ, ໃນເວລາ 7 ວັນຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ກ່ວາ 7,3 ລ້ານຄົນ, ໄລ່ສະເລ່ຍແມ່ນ 1.045.000 ຄົນ/ວັນ - ດ້ວຍການເພີ່ມຂຶ້ນຢ່າງວ່ອງໄວຈາກສາຍພັນ Omicron.
ອາເມລິກາ ສືບຕໍ່ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອແມ່ນກ່ວາ 54,6 ລ້ານຄົນ ແລະ ມີຜູ້ເສຍຊີວິດ 844.272 ຄົນ. ຍ້ອນ ການແຜ່ລະບາດຢ່າງແຮງຂອງ ສາຍພັນ Omicron, ໃນ 7 ມື້ຜ່ານມາ, ຈຳນວນຜູ້ຕິດເຊື້ອໄລ່ສະເລ່ຍໃນແຕ່ລະວັນຢູ່ອາເມລິກາ ໄດ້ບັນລຸລະດັບສະຖິຕິແມ່ນ ກ່ວາ 258.000 ຄົນ.