ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີກ​ານ​ຜັນ​ແປ່​ຢ່າງ​ສັບ​ສົນ​ຢູ່ຫຼາຍ​ແຫ່ງ ດ້ວຍ​ການ​ແຜ່​ລະ​ບາດ​ຢ່າງ​ແຮງ​ຂອງ​ເຊື້ອ​ໄວ​ຣັດສາຍ​ພັນ Omicron

ໂລກພວມຜ່ານຜ່າວັນສຸດທ້າຍຂອງປີ 2021 ໃນສະພາບການເກີດໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ຫຼາຍແຫ່ງ ດ້ວຍການແຜ່ລະບາດຢ່າງແຮງຂອງເຊື້ອໄວຣັດສາຍພັນ Omicron.
ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 31 ທັນວາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 286,7 ລ້ານ ຄົນ ແລະ ຜູ້ເສຍຊີວິດກ່ວາ 5,44 ລ້ານຄົນ.

ຕົວເລກສະຖິຕິຄັ້ງຫຼ້າສຸດຂອງ ສຳນັກຂ່າວສານ AFP (ຝລັ່ງ) ໃຫ້ເຫັນວ່າ ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃໝ່ໃນໂລກ ເປັນຄັ້ງທຳອິດ ທີ່ລື່ນກາຍລະດັບ 1 ລ້ານຄົນຕໍ່ວັນ ນັບແຕ່ເກີດໂລກລະບາດໂຄວິດ - 19 ມາ 2 ປີນີ້. ຕາມນັ້ນແລ້ວ, ໃນເວລາ 7 ວັນຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ກ່ວາ 7,3 ລ້ານຄົນ, ໄລ່ສະເລ່ຍແມ່ນ 1.045.000 ຄົນ/ວັນ - ດ້ວຍການເພີ່ມຂຶ້ນຢ່າງວ່ອງໄວຈາກສາຍພັນ Omicron.

ອາເມລິກາ ສືບຕໍ່ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອແມ່ນກ່ວາ 54,6 ລ້ານຄົນ ແລະ ມີຜູ້ເສຍຊີວິດ 844.272 ຄົນ. ຍ້ອນ ການແຜ່ລະບາດຢ່າງແຮງຂອງ ສາຍພັນ Omicron, ໃນ 7 ມື້ຜ່ານມາ, ຈຳນວນຜູ້ຕິດເຊື້ອໄລ່ສະເລ່ຍໃນແຕ່ລະວັນຢູ່ອາເມລິກາ ໄດ້ບັນລຸລະດັບສະຖິຕິແມ່ນ ກ່ວາ 258.000 ຄົນ.

ສ່ວນຢູ່ ຫວຽດນາມ. ວັນທີ 31 ທັນວາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ 16.515 ຄົນ, ໃນນັ້ນຜູ້ເຂົ້າເມືອງແມ່ນ 39 ຄົນ (ຫຼຸດ 504 ຄົນເມື່ອທຽບໃສ່ມື້ກ່ອນນັ້ນ) ຢູ່ 60 ແຂວງ, ນະຄອນ. ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນວັນດຽວກັນແມ່ນ 18.600 ຄົນ ແລະ ມີຜູ້ເສຍຊີວິດ 226 ຄົນ.
(ແຫຼ່ງຄັດຈາກ VOV)

top