• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ ເກົາຫຼີ ກຽມພ້ອມຮັກສາການພົວພັນສະໜິດສະໜົມກັບ ຈີນ

      ທ່ານ Kim Jong – un ໄດ້ສະແດງຄວາມຂອບອົກຂອບໃຈ, ພ້ອມທັງຖະແຫຼງກຽມພ້ອມການພັດທະນາການພົວພັນ 2 ຝ່າຍຫຼາຍກ່ວາອີກ.

ການນຳ ສປປ ເກົາຫຼີ Kim Jong – un ແລະ ປະທານປະເທດ ຈີນ ທ່ານ ສີຈິ້ນຜິງ
      ການພົວພັນລະຫວ່າງ ສປປ ເກົາຫຼີ ແລະ ຈີນ ພວມພັດທະນາຕາມຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝໃໝ່, ແລະ ພຽງຢາງ ຈະພ້ອມກັບ ປັກກິ່ງ ຊຸກຍູ້ການພົວພັນຫຼາຍກ່ວາອີກ ແລະ ນ້ຳໃຈມິດຕະພາບລະຫວ່າງ 2 ຝ່າຍກໍ່ສືບຕໍ່ໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນ. ນີ້ແມ່ນຄຳຢຶນຢັນຂອງການນຳ ສປປ ເກົາຫຼີ Kim Jong – un ໃນສານຂອບໃຈຕໍ່ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ສົ່ງທູດພິເສດໄປເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ ສປປ ເກົາຫຼີ ຫວ່າງແລ້ວນີ້.
        ທ່ານ Kim Jong – un ໄດ້ສະແດງຄວາມຂອບອົກຂອບໃຈ, ພ້ອມທັງຖະແຫຼງກຽມພ້ອມການພັດທະນາການພົວພັນ 2 ຝ່າຍຫຼາຍກ່ວາອີກ. ເມື່ອເຕື້ອງເຖິງການຢ້ຽມຢາມຂອງທ່ານ ລີຈາງຊູ, ກຳມະການຜູ້ປະຈຳການກົມການເມືອງສູນກາງພັກກອມມູນິດຈີນ, ການນຳ ສປປ ເກົາຫຼີ ຖືວ່າ: ການຢ້ຽມຢາມຄັ້ງນີ້ໄດ້ສະແດງຄວາມໃກ້ຊິດສະໜິດສະໜົມລະຫວ່າງ 2 ປະເທດກ່ວາອີກ.
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top