• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນມີຄວາມເຊື່ອໝັ້ນຕໍ່ໝາກຜົນກອງປະຊຸມຄັ້ງທີ 15 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 12 ຈະປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

      ກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກ ຊຸດທີ 12 ຖືກອັດລົງໃນວັນທີ 17 ມັງກອນ. ນີ້ແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນເປັນພິເສດເມື່ອໄດ້ປຶກສາຫາລື ແລະ ຕົກລົງເອົາວຽກງານຕ່າງໆ ເຊິ່ງຈະຊ່ວຍຊ່ວຍໃຫ້ການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ປະສົບຜົນສຳເລັດ.
ພິທີອັດກອງປະຊຸມຄັ້ງທີ 15 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 12  (ພາບ: baochinhphu.vn)
      ຕາມອ້າຍ ມາຍແທັງຮ່າ, ປະຊາຊົນຢູ່ເມືອງ 5, ນະຄອນ ໂຮ່ຈີມິນ ແລ້ວ, ນີ້ແມ່ນເຫດການຄັດເລືອກເອົາບັນດາການນຳສູງສຸດຂອງພັກ - ຜູ້ທີ່ຈະສົ່ງຜົນກະທົບເຖິງທົ່ວວິວັດການປະຕິຮູບການບໍລິຫານ ແລະ ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງ, ເຂັ້ມແຂງ.
        ຂ້າພະເຈົ້າຫວັງວ່າ ຜ່ານຄວາມເຫັນດີເປັນເອກະພາບໃນກອງປະຊຸມ ຈະສາມາດຄັດເລືອກໄດ້ບັນດາຜູ້ຮັບສະໝັກ, ການນຳໃນອະນາຄົດທີ່ດີເດັ່ນທີ່ສຸດ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງສຸດຂອງທັງອົງການຈັດຕັ້ງພັກ ກອມມູນິດ ຫວຽດນາມ ແລະ ສັງຄົມ ຫວຽດນາມ”.
        ປະຊາຊົນໃນທຸກເຂດ, ພາກຂອງປະເທດຊາດ ໃຜໆກໍມີຄວາມກະຕືລືລົ້ນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ດ້ວຍຄວາມເຊື່ອໝັ້ນ ແລະ ຄວາມຫວັງກ່ຽວກັບການກຳນົດທິດ, ນະໂຍບາຍທີ່ຖືກຕ້ອງ, ໂດຍສະເພາະແມ່ນນະໂຍບາຍແກ່ຊາວກະສິກອນ ເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາໃນອາຍຸການຈະມາເຖິງ. ເອື້ອຍ ຫງວຽນທິໝີແຫ້ງ ຢູ່ເທດສະບານ 12, ນະຄອນ ຫວູງເຕົ່າ, ແຂວງ ບ່າເຣ໊ຍ - ຫວູງເຕົ່າ ຫວັງວ່າ:
        ຂ້າພະເຈົ້າຫວັງວ່າ ຜູ້ທີ່ໄດ້ຮັບການຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກ ຊຸດນີ້ ຈະອຸທິດສ່ວນແກ່ການພັດທະນາ ແລະ ວາງອອກບັນດານະໂຍບາຍອັນຖືກຕ້ອງ, ນຳປະເທດຊາດກ້າວຂຶ້ນ, ນຳມາເຊິ່ງຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ. ຂ້າພະເຈົ້າກໍຫວັງວ່າ ບຸກຄົນທີ່ເປັນກຳມະການຄະນະບໍລິຫານງານສູນກາງພັກຄັ້ງທຳອິດ ຈະພ້ອມກັບຄະນະສືບຕໍ່ສ້າງລະບົບການເມືອງໃຫ້ໝັ້ນຄົງ, ເຂັ້ມແຂງ, ສາມັກຄີ ແລະ ພັດທະນາ”.
(ແຫຼ່ງຄັດຈາກ VOV)
 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top