• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນິງທ້ວນເຊີດຊູຜະລິດຕະຜັນທີ່ເປັນເອກະລັກສະເພາະ 8 ຢ່າງ

ນິງທ້ວນເຊີດຊູຜະລິດຕະຜັນທີ່ເປັນເອກະລັກສະເພາະ
(ພາບ: baoninhthuan.com.vn)
      ຕອນ​ຄ່ຳ​ວັນ​ທີ 30/03, ຄະ​ນະ​ກຳ​ທະ​ການ​ປະ​ຊາ​ຊົນ​ແຂວງ​ນິງ​ທ້ວນ ໄດ້​ໄຂ​ງານ​ວາງ​ສະ​ແດງ​ຜົນ​ງານ 25 ປີ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ເຊີດ​ຊູ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ 8 ຢ່າງ. ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ມີ 27 ຫົວ​ໜ່ວຍ​ຂຶ້​ນ​ກັບ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ ແລະ ທ້​ອງ​ຖິ່ນ​ຕ່າງໆ​ໃນ​ບໍ​ລິ​ເວນ​ແຂວງ. ຜ່ານ​ງານ​ວາງ​ສະ​ແດງ, ນິງ​ທ້ວນ​ຢາກ ແນະ​ນຳ​ບັນ​ດາ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ທ່າ​ແຮງ ແລະ ບັນ​ດາ​ຜົນ​ງານ​ໃໝ່​ໃນ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ເຖິງ​ປະ​ຊາ​ຊົນ ແລະ ແຂກ​ສາ​ກົນ, ບັນ​ດາ​ຄູ່​ຮ່​ວມ​ມື​ລົງ​ທຶນ, ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ເນື່ອງ​ໃນ​ໂອ​ກາດນີ້, ແຂວ​ງ​ນິງ​ທ້ວນ ກໍ່​ເຊີດ​ຊູ​ຜະ​ລິດ​ຕ​ະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ 8 ຢ່າງ​ຂອງ​ແຂວງ​ຄື: ບັນ​ດາ​ໝາກ​ໄມ້ (ໝາກ​ອະ​ງຸ່ນ, ໝາກ​ໂປມ); ແນວ​ພັນ​ສັດ​ລ້ຽງ (ແບ້, ​ແກະ, ກຸ້ງ​), ຜັກ​ທຽມ ຟານ​ຢາງ, ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ຫັ​ດ​ຖະ​ກຳ (ເຄື່ອງ​ແພພື້ນ​ເມືອງ ມິ້​ຫງຽບ, ເຄື່ອງ​ປັ້ນ​ດິນ​ເຜົາ ເບົ່າ​ຈຸ໋ກ). ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຂວງ ໄດ້​ປະ​ກອບ​ສ່ວນ​ເຂົ້​າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂ​ອງ​ແຂວງ​ຫຼາຍ​ພໍ​ສົມ​ຄວນ ນັບ​ແຕ່ມື້​ສ້າງ​ຕັ້ງ​ແຂວງ​ມາ​ຮອດ​ປະ​ຈຸ​ບັນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top