ຂ່າວສານ
ການເຂົ້າຮ່ວມ WEF ປີ 2017 ຂອງນາຍົກລັດຖະມົນຕີຫວຽດນາມ ບັນລຸໄດ້ໝາກຜົນທີ່ສຳຄັນ ແລະ ແທດຈິງຫຼາຍຢ່າງ

(ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ)
ເມື່ອຕອບສຳພາດຕໍ່ສື່ມວນຊົນພາຍຫຼັງສິ້ນສຸດການເຂົ້າຮ່ວມ WEF ຄັ້ງທີ 47, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ໃຫ້ຮູ້ວ່າ: ຜ່ານບັນດາກອງປະຊຸມ ແລະ ການພົບປະກັບບັນດາຄູ່ຮ່ວມມື ແລະ ວິສາຫະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງສານຢ່າງກວ້າງຂວາງເຖິງປະຊາຄົມວິສາຫະກິດສາກົນກ່ຽວກັບຄວາມຕັດສິນໃຈຂອງຫວຽດນາມກ່ຽວກັບການປ່ຽນໃໝ່ປະເທດຊາດຢ່າງຮອບດ້ານ, ຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ຫັນປ່ຽນຮູບແບບການເຕີບໂຕໃນໄລຍະພັດທະນາ ແຕ່ນີ້ຮອດປີ 2020. ແນະນຳສານກ່ຽວກັບບັນດານະໂຍບາຍ ແລະ ຄວາມມານະພະຍາຍາມຂອງລັດຖະບານກ່ຽວກັບການສ້າງລັດຖະບານທີ່ສ້າງສັນພັດທະນາ, ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ລະດົມນ້ຳໃຈເລີ່ມທຸລະກິດ, ປ່ຽນໃໝ່, ມີຫົວຄິດປະດິດສ້າງ.
ທ່ານຮອງລັດຖະມົນຕີ ບຸຍແທງເຊີນ ເນັ້ນໜັກວ່າ: ເຂົ້າຮ່ວມກອງປະຊຸມປີນີ້, ຫວຽດນາມ ແລະ WEF ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື, ເຊິ່ງຕາມນັ້ນແລ້ວ, WEF ໜູນຊ່ວຍຫວຽດນາມ ພັດທະນາເສດຖະກິດຢ່າງໝັ້ນຄົງ, ເປັນເຈົ້າຕົນເອງຕໍ່ໜ້າບັນດາການຜັນແປໃນອະນາຄົດ. ຫວຽດນາມ ແມ່ນປະເທດທຳອິດທີ່ WEF ລົງນາມໃນຂໍ້ຕົກລົງຮ່ວມມືຕາມຮູບແບບຮ່ວມມືພາກລັດ - ເອກະຊົນ (PPP) ເພື່ອແນໃສ່ຊ່ວຍຫວຽດນາມ ສຳພັດ ແລະ ຍາດແຍ່ງບັນດາແຫຼ່ງກຳລັງ, ພູມປັນຍາຂອງ WEF ແລະ ບັນດາກຸ່ມບໍລິສັດສະມາຊິກ WEF…

(ແຫຼ່ງຄັດຈາກ VOV)