• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປຶກສາຫາລືການເມືອງລະຫວ່າງ ຫວຽດນາມ-ອັງກິດ

ວັນທີ 2 ມັງກອນ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີ  ຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ ແລະ ລັດຖະມົນຕີຮັບຜິດຊອບກິດຈະການການຕ່າງປະເທດແຫ່ງສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ Mark Field ໄດ້ເປັນປະທານຮ່ວມການປຶກສາຫາລືການເມືອງຂັ້ນ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ-ອັງກິດ

 ການປຶກສາຫາລືການເມືອງລະຫວ່າງ ຫວຽດນາມ-ອັງກິດ

ທີ່ການປຶກສາຫາລືການເມືອງ, 2 ຝ່າຍໄດ້ພ້ອມກັນແລກປ່ຽນບັນດາທິດທາງເພື່ອແນໃສ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ພັດທະນາຢ່າງກ້ວາງເລິກ, ແທດຈິງ ແລະ ມີປະສິດທິຜົນກວ່າເກົ່າ.

    ກ່ຽວກັບການພົວພັນ 2 ຝ່າຍ, 2 ຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນ ແລະ ພົບປະລະຫວ່າງບັນດາຄະນະຜູ້ແທນຂັ້ນສູງຂອງ 2 ປະເທດ, ສືບຕໍ່ຜັນຂະຫຍາຍກົນໄກສົນທະນາຍຸດທະສາດກ່ຽວກັບການທູດ-ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເພີ່ມທະວີການຮ່ວມມືຢູ່ໃນບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນສະຫະປະຊາຊາດ.

   ທາງດ້ານການຮ່ວມມືການຄ້າ, ທາງຝ່າຍຫວຽດນາມຢືນຢັນ ຍາມໃດກໍສ້າງເງື່ອນໄຂທີ່ສະດວກໃຫ້ແກ່ບັນດາວິສາຫະກິດອັງກິດເຂົ້າມາລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ຫວຽດນາມ.

    ທາງດ້ານການປ້ອງກັນຄວາມສະຫງົບ, 2 ຝ່າຍໝັ້ນໝາຍ ຈະສົມທົບກັນຢ່າງແໜ້ນແຟ້ນໃນການຕ້ານສໍ້ລາດບັງຫຼວງ, ອາດສະຍາກຳທີ່ມີການຈັດຕັ້ງ, ການຄ້າມະນຸດ, ການຄ້າຂາຍສັດປ່າຢ່າງຜິດກົດໝາຍ…

(ແຫຼ່ງຄັດຈາກ VOV)


ນາຍົກລັດຖະມົນຕີ Liechtenstein ໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຢ່າງເປັນທາງການ

ນາຍົກລັດຖະມົນຕີ Liechtenstein ໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຢ່າງເປັນທາງການ

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນການຖືເປັນສຳຄັນຂອງ Liechtenstein ຕໍ່ ຫວຽດນາມ

Top