ຂ່າວສານ
ໄທຍົກຍ້າຍ ປະຊາຊົນກ່ວາ 100.000 ຄົນອອກຈາກເຂດຊາຍແດນຕິດກັບກຳປູເຈຍ, ບັນດາປະເທດ ອາຊຽນ ຮຽກຮ້ອງການເຈລະຈາຢຸດຕິການປະທະກັນ
ໃນເຫດການຫຼ້າສຸດທີ່ກ່ຽວກັບຄວາມເຄັ່ງຕຶງລະຫວ່າງ ໄທ ແລະ ກຳປູເຈຍ, ຕອນເຊົ້າວັນທີ 25 ກໍລະກົດ, ໄທໄດ້ປະກາດວ່າປະເທດນີ້ໄດ້ອົບພະຍົບປະຊາຊົນຢູ່ 4 ແຂວງທີ່ມີຊາຍແດນຕິດກັບກຳປູເຈຍກ່ວາ 100.000 ຄົນໃນສະພາບຄວາມເຄັ່ງຕຶງຢູ່ທີ່ນີ້ເພີ່ມຂຶ້ນຢ່າງແຮງ.
ໃນຂະນະນັ້ນ, ທ່ານ ຮອງໂຄສົກກະຊວງສາທາລະນະສຸກ ໄທໃຫ້ຮູ້ວ່າໄລ່ຮອດເວລາ 21 ໂມງຂອງວັນທີ 24 ກໍລະກົດ, ຈຳນວນຜູ້ເສຍຊີວິດໃນບັນດາການປະທະກັນທາງການທະຫານຢູ່ເຂດຊາຍແດນລະຫວ່າງ ໄທ - ກຳປູເຈຍແມ່ນ 14 ຄົນ ແລະ ມີຜູ້ຖືກບາດເຈັບ 46 ຄົນ. ປັດຈຸບັນຝ່າຍກຳປູເຈຍ ຍັງບໍ່ທັນເປີດເຜີຍຂໍ້ມູນໃດກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ບາດເຈັບ.
ກ່ອນໜ້ານັ້ນ, ໃນວັນທີ 24 ກໍລະກົດ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ປະທານ ອາຊຽນ 2025 ໄດ້ສະແດງຄວາມວິຕົກກັງວົນຕໍ່ການປະທະກັນທີ່ເກີດຂຶ້ນຢູ່ເຂດຊາຍແດນ ໄທ - ກຳປູເຈຍ, ພ້ອມທັງເນັ້ນໜັກວ່າສັນຕິພາບ ແມ່ນທາງເລືອກໜຶ່ງດຽວ ໃນສະພາບການຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ. ທ່ານນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ໄດ້ຕິດຕໍ່ໂດຍກົງ ກັບທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ ແລະ ທ່ານ ພູມມິທຳ ເວດຊະຍະໄຊ ຜູ້ຮັກສາການນາຍົກລັດຖະມົນຕີ ໄທ ເພື່ອແນໃສ່ຊຸກຍູ້ການເຈລະຈາ. ທ່ານນາຍົກລັດຖະມົນຕີ ມາເລເຊຍ ເຊື່ອໝັ້ນວ່າ ທັງໄທ ແລະ ກຳປູເຈຍ ລ້ວນແຕ່ໃຫ້ບຸລິມະສິດຜົນປະໂຫຍດແຫ່ງຊາດ, ປາດຖະໜາຢາກແກ້ໄຂການປະທະກັນໂດຍສັນຕິວິທີ ແລະ ຮັກສາຄວາມສະໜິດຕິດພັນໃນອາຊຽນ. ທ່ານ ຢັ້ງຢືນວ່າ ມາເລເຊຍ ໃນບົດບາດເປັນປະທານອາຊຽນ 2025 ຈະໜູນຊ່ວຍຊຸກຍູ້ຄວາມມານະພະຍາຍາມນີ້. ແລະກໍ່ໃນວັນດຽວກັນ, 3 ປະເທດສະມາຊິກ ອາຊຽນ ໂດຍແມ່ນລາວ, ຫວຽດນາມ ແລະ ຟີລິບປິນ ກໍ່ສະແດງຄວາມວິຕົກກັງວົນ, ພ້ອມທັງຮຽກຮ້ອງໃຫ້ໄທ ແລະ ກຳປູເຈຍ ມຸ່ງໄປເຖິງການແກ້ໄຂບັນດາບັນຫາທີ່ຫາກໍ່ເກີດຂຶ້ນນີ້ໂດຍສັນຕິວິທີຜ່ານການເຈລະຈາ, ຮັກສາບັນດາຊ່ອງຕິດຕໍ່ເປີດ ແລະ ຮັບປະກັນການຫຼຸດຜ່ອນຄວາມເຄັ່ງຕຶງ.