• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ເພີ່ມ​ທະ​ວີ​ການ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຜິດ​ກົດ​ໝາຍ IUU

ທ່ານນາຍົກລັດຖະມົນຕີ ໄດ້ມອບໜ້າທີ່ໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມເປັນເຈົ້າການ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເປັນເຈົ້າການ, ແລກປ່ຽນ, ອັບເດດໝາກຜົນຂອງການຂຸດຄົ້ນ IUU ກັບ ECເປັນປະຈຳ.
ພາບປະກອບ: Chinhphu.vn

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຫວຽດນາມ ຫາກໍ່ເຊັນໂທລະເລກທາງການ ເລກທີ 122 ອອກໃນວັນທີ 25 ກໍລະກົດ 2025 ຮຽກຮ້ອງບັນດາກະຊວງຂະແໜງການ, ທ້ອງຖິ່ນເພີ່ມທະວີວຽກງານຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ໂທລະເລກ ໄດ້ສົ່ງໄປຍັງລັດຖະມົນຕີບັນດາກະຊວງຄື: ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ກະຊວງການເງິນ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນແຄມທະເລ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແຄມທະເລຮີບເຮັ່ງປະຕິບັດໜ້າທີ່ສຳຄັນ, ຮີບດ່ວນຈຳນວນໜຶ່ງ. ຕາມນັ້ນແລ້ວ ສຸມໃສ່ຊີ້ນຳນຳພາ, ໃຫ້ບຸລິມະສິດຈັດແບ່ງແຫຼ່ງກຳລັງໃຫ້ແກ່ບັນດາອົງການທີ່ມີໜ້າທີ່ປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU  ແລະ ບັນດາຂໍ້ສະເໜີແນະຂອງຄະນະກຳມະການເອີລົບ EC ຢ່າງມີປະສິດທິຜົນ ແລະ ປະສິດທິພາບ. ທ່ານນາຍົກລັດຖະມົນຕີ ໄດ້ມອບໜ້າທີ່ໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມເປັນເຈົ້າການ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເປັນເຈົ້າການ, ແລກປ່ຽນ, ອັບເດດໝາກຜົນຂອງການຂຸດຄົ້ນ IUU ກັບ ECເປັນປະຈຳ, ສະຫຼຸບໝາກຜົນ ແລະ ກະກຽມລາຍງານໝາກຜົນປະຕິບັດບັນດາຂໍ້ສະເໜີກ່າວເຕືອນ “ບັດເຫຼືອງ” ຕາມຄວາມຮຽກຮ້ອງຂອງ EC, ປະຕິບັດສຳເລັດ ແລະ ລາຍງານຕໍ່ທ່ານນາຍົກລັດຖະມົນຕີ ກ່ອນວັນທີ 5 ກັນຍາ 2025.

(ແຫຼ່ງຄັດຈາກ VOV)

ສ້າງ​ກຳ​ລັງ​ໜູນ​ເພື່ອ​ເປີດກວ້າງ​ການ​ຮ່ວມ​ມື​ສອງ​ຝ່​າຍ ຫວຽດ​ນາມ ແລະ ໂມ​ໂຣ​ໂກ​ໃນ​ບັນ​ດາ​ຂົງ​ເຂດ

ສ້າງ​ກຳ​ລັງ​ໜູນ​ເພື່ອ​ເປີດກວ້າງ​ການ​ຮ່ວມ​ມື​ສອງ​ຝ່​າຍ ຫວຽດ​ນາມ ແລະ ໂມ​ໂຣ​ໂກ​ໃນ​ບັນ​ດາ​ຂົງ​ເຂດ

ທ່ານປະທານສະພາສູງ Mohamed Ould Errachid ສະເໜີສອງຝ່າຍຕັ້ງໜ້າສ້າງບັນດາໂຄງການລວມໃນຂອບເຂດການຮ່ວມມື ໃຕ້ - ໃຕ້, ພິເສດແມ່ນບັນດາໂຄງການກ່ຽວກັບການພັດທະນາແບບຍືນຍົງຢູ່ອາບຟຼິກກາ.

Top