ທ່ານ Chhea Keo ຢືນຢັນວ່າ ກຳປູເຈຍ ໄດ້ສະເໜີຢຸດຍິງໃນທັນທີ ພ້ອມທັງຮຽກຮ້ອງໃຫ້ການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ.
ວັນທີ 25 ກໍລະກົດ, ທ່ານ Chhea Keo ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ສປຊ ຖະແຫຼງວ່າປ ປະເທດນີ້ຢາກບັນລຸໄດ້ “ຄຳສັ່ງຢຸດຍິງໃນທັນທີ” ກັບໄທ, ພາຍຫຼັງທີ່ບັນດາການບຸກໂຈມຕີທາງອາກາດ ແລະ ຍິງປືນໃຫ່ຍ ທີ່ໄດ້ເກີດຄວາມລົ້ມຫາຍຕາຍຈາກລະຫວ່າງສອງປະເທດ ເກີດຂຶ້ນໃນ 2 ວັນຢ່າງລຽນຕິດ. ໄທກໍ່ໄດ້ສົ່ງສັນຍານກຽມພ້ອມເຈລະຈາເຊັ່ນດຽວກັນ.
ກ່າວຄຳເຫັນພາຍຫຼັງການປະຊຸມລັບຂອງສະພາຄວາມໝັນຄົງ ສປຊ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ ກຳປູເຈຍ ແລະ ໄທ, ທ່ານ Chhea Keo ຢືນຢັນວ່າ ກຳປູເຈຍ ໄດ້ສະເໜີຢຸດຍິງໃນທັນທີ ພ້ອມທັງຮຽກຮ້ອງໃຫ້ການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ. ກ່າວຄຳເຫັນໃນການປະຊຸມລັບ, ໂຄສົກກະຊວງການຕ່າງປະເທດ ໄທ Nikorndej Balankura ໃຫ້ຮູ້ວ່າ: ໄລ່ຮອດຕອນບ່າຍ ວັນທີ 25 ກໍລະກົດ, ສະພາບຄວາມ ຄວາມເຄັ່ງຕຶງໄດ້ເລີ່ມຫລຸດຜ່ອນລົງແລ້ວ ພ້ອມທັງຖະແຫຼງວ່າ ໄທ ພ້ອມແລ້ວທີ່ຈະດຳເນີນການເຈລະຈາ ຖ້າຫາກວ່າ ກຳປູເຈຍ ຢາກແກ້ໄຂບັນຫານີ້ຜ່ານຊ່ອງການທູດສອງຝ່າຍ ຫຼືຜ່ານປະເທດເປັນກາງໄກ່ເກ່ຍຄື ມາເລເຊຍ.
(ແຫຼ່ງຄັດຈາກ VOV)