• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮ​ັບ​ຜິດ​ຊອບ​ຂອງ ອາ​ຊຽນ

ປັດຈຸບັນ ຫວຽດນາມແມ່ນໜຶ່ງໃນບັນດາປະເທດປອດໄພທີ່ສຸດໃນພາກພື້ນ ອາຊຽນ, ມີການເຕີບໂຕເສດຖະກິດບັນລຸລະດັບຄວາມໄວແຖວໜ້າ.
ທ່ານ Joao Pereira ເອກອັກຄະລັດຖະທູດ ຕີມໍແລັດສະເຕ ປະຈຳ ຫວຽດນາມ (ພາບ: TTXVN)

ທ່ານ Joao Pereira ເອກອັກຄະລັດຖະທູດ ຕີມໍແລັດສະເຕ ປະຈຳ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ໄດ້ສະແດງຄຳໝັ້ນສັນຍາຢ່າງແຮງແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ອາຊຽນ ເມື່ອຕອບສຳພາດຕໍ່ສື່ມວນຊົນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/7/1995 - 28/7/2025). ຕາມທ່ານ ເອກອັກຄະລັດຖະທູດ Joao Pereira ແລ້ວ ພາຍຫຼັງ 30 ປີເຂົ້າເປັນສະມາຊິກອາຊຽນ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາເສົາຄ້ຳໝັ້ນແກ່ນຂອງ ອາຊຽນ. ປັດຈຸບັນ ຫວຽດນາມແມ່ນໜຶ່ງໃນບັນດາປະເທດປອດໄພທີ່ສຸດໃນພາກພື້ນ ອາຊຽນ, ມີການເຕີບໂຕເສດຖະກິດບັນລຸລະດັບຄວາມໄວແຖວໜ້າ. ໃນ 6 ເດືອນຕົ້ນປີ 2025, ຫວຽດນາມ ແມ່ນປະເທດນຳໜ້າກ່ຽວກັບການເຕີບໂຕເສດຖະກິດໃນພາກພື້ນ ອາຊຽນ.

(ແຫຼ່ງຄັດຈາກ VOV)

ສ້າງ​ກຳ​ລັງ​ໜູນ​ເພື່ອ​ເປີດກວ້າງ​ການ​ຮ່ວມ​ມື​ສອງ​ຝ່​າຍ ຫວຽດ​ນາມ ແລະ ໂມ​ໂຣ​ໂກ​ໃນ​ບັນ​ດາ​ຂົງ​ເຂດ

ສ້າງ​ກຳ​ລັງ​ໜູນ​ເພື່ອ​ເປີດກວ້າງ​ການ​ຮ່ວມ​ມື​ສອງ​ຝ່​າຍ ຫວຽດ​ນາມ ແລະ ໂມ​ໂຣ​ໂກ​ໃນ​ບັນ​ດາ​ຂົງ​ເຂດ

ທ່ານປະທານສະພາສູງ Mohamed Ould Errachid ສະເໜີສອງຝ່າຍຕັ້ງໜ້າສ້າງບັນດາໂຄງການລວມໃນຂອບເຂດການຮ່ວມມື ໃຕ້ - ໃຕ້, ພິເສດແມ່ນບັນດາໂຄງການກ່ຽວກັບການພັດທະນາແບບຍືນຍົງຢູ່ອາບຟຼິກກາ.

Top