• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ກຳ​ລັງ​ໜູນ​ເພື່ອ​ເປີດກວ້າງ​ການ​ຮ່ວມ​ມື​ສອງ​ຝ່​າຍ ຫວຽດ​ນາມ ແລະ ໂມ​ໂຣ​ໂກ​ໃນ​ບັນ​ດາ​ຂົງ​ເຂດ

ທ່ານປະທານສະພາສູງ Mohamed Ould Errachid ສະເໜີສອງຝ່າຍຕັ້ງໜ້າສ້າງບັນດາໂຄງການລວມໃນຂອບເຂດການຮ່ວມມື ໃຕ້ - ໃຕ້, ພິເສດແມ່ນບັນດາໂຄງການກ່ຽວກັບການພັດທະນາແບບຍືນຍົງຢູ່ອາບຟຼິກກາ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ແລະ ທ່ານປະທານສະພາສູງ ໂມໂຣໂກ Mohamed Ould Errachid (ພາບ: quochoi.vn)

ວັນທີ 25 ກໍລະກົດ, ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ໂມໂຣໂກຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງ ໂມໂຣໂກ Mohamed Ould Errachid ຢູ່ສຳນັກງານສະພາສູງ.

ທ່ານປະທານສະພາສູງ Mohamed Ould Errachid ສະເໜີສອງຝ່າຍຕັ້ງໜ້າສ້າງບັນດາໂຄງການລວມໃນຂອບເຂດການຮ່ວມມື ໃຕ້ - ໃຕ້, ພິເສດແມ່ນບັນດາໂຄງການກ່ຽວກັບການພັດທະນາແບບຍືນຍົງຢູ່ອາບຟຼິກກາ, ນຳໃຊ້ທີ່ຕັ້ງຍຸດທະສາດເປັນປະຕູເຂົ້າອອກໃຫ້ກັນໃນການພັດທະນາການພົວພັນຢູ່ແຕ່ລະພາກພື້ນ.

ສ່ວນທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ເນັ້ນໜັກວ່າເປົ້າໝາຍຂອງການຢ້ຽມຢາມເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງບັນດາອົງການສ້າງກົດໝາຍຂອງສອງປະເທດໃຫ້ຫຼາຍກ່ວາອີກ, ສ້າງກຳລັງໜູນເພື່ອເປີດກວ້າງການຮ່ວມມືສອງຝ່າຍໃນບັນດາຂົງເຂດ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີສອງຝ່າຍຄົ້ນຄ້ວາເຈລະຈາສັນຍາການຄ້າສະບັບໃໝ່ປ່ຽນແທນສັນຍາທີ່ໄດ້ຮັບການລົງນາມໃນປີ 2021, ລົບລ້າງຮົ້ວກີດຂວາງດ້ານພາສີ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ສິນຄ້າສອງປະເທດ ສຳຜັດກັບຕະຫຼາດຂອງກັນ ແລະ ເພີ່ມທະວີບັນດາການເຄື່ອນໄຫວສົ່ງເສີມການຄ້າ, ຈັດຕັ້ງບັນດາງານຕະຫຼາດນັດ, ງານວາງສະແດງ.

ແລະກໍ່ຕອນບ່າຍວັນດຽວກັນ, ຢູ່ນະຄອນ Casablanca, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍຊຸກຍູ້ການຮ່ວມມື ຫວຽດນາມ - ໂມໂຣໂກ. ເຂົ້າຮ່ວມເຫດການ, ຝ່າຍ ຫວຽດນາມ ມີການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ການນຳບັນດາວິສາຫະກິດ. ສ່ວນຝ່າຍ ໂມໂຣໂກ ມີທ່ານປະທານສະຫະພັນວິສາຫະກິດ ໂມໂຣໂກ ພ້ອມກັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດ ໂມໂຣໂກ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໃຫ້ຮູ້ວ່າ:

ປີ 2026 ແມ່ນປີສອງປະເທດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ດັ່ງນັ້ນ, ຂ້າພະເຈົ້າສະເໜີວ່າ ໃນໄລຍະຈະມາເຖິງ ພວກເຮົາສ້າງສຳເລັດກອບນິຕິກຳໃຫ້ແກ່ການຮ່ວມມືສອງຝ່າຍ. ສອງປະເທດຕ້ອງສຳຫຼວດກວດຄືນ ແລະ ເຊັນບັນດາສັນຍາ, ຂໍ້ຕົກລົງຮ່ວມມືທີ່ຍັງຂາດເພື່ອຍູ້ແຮງການຮ່ວມມືລົງທຶນພາກລັດໃນບັນດາຂະແໜງການ, ຂົງເຂດທີ່ເປັນທ່າແຮງຂອງກັນ. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນຮູບແບບການກໍ່ສ້າງເຂດວັດຖຸດິບ, ລະບົບສະໜອງກະສິກຳ, ສິນໃນນ້ຳ, ສູນປຸງແຕ່ງສົ່ງອອກ ແລະ ແລກປ່ຽນສິນຄ້າທີ່ເໝາະສົມກັບເງື່ອນໄຂຂອງ ໂມໂຣໂກ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ ໂມ​ໂຣ​ໂ​ກ ແລະ ອານ​ເຊ​ຣີ ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ບັນ​ດາ​ປະ​ເທດ​ອາບ​ຟ​ຼິກ​ກາ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

ສື່ມວນ​ຊົນ ໂມ​ໂຣ​ໂ​ກ ແລະ ອານ​ເຊ​ຣີ ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ບັນ​ດາ​ປະ​ເທດ​ອາບ​ຟ​ຼິກ​ກາ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

ວັນທີ 25 ກໍລະກົດ, ສື່ມວນຊົນໂມໂຣໂກ ໄດ້ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ໂມໂຣໂກ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽນດາມ ໃນລະຫວ່າງວັນທີ 24 – 27 ກໍລະກົດ.

Top