• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ ໂມ​ໂຣ​ໂ​ກ ແລະ ອານ​ເຊ​ຣີ ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ບັນ​ດາ​ປະ​ເທດ​ອາບ​ຟ​ຼິກ​ກາ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

ວັນທີ 25 ກໍລະກົດ, ສື່ມວນຊົນໂມໂຣໂກ ໄດ້ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ໂມໂຣໂກ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽນດາມ ໃນລະຫວ່າງວັນທີ 24 – 27 ກໍລະກົດ.
ທ່ານປະທານສະພາແຫ່ງຊາດ ເຊເນການ ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ (ພາບ: TTXVN)

ສຳນັກຂ່າວສານແຫ່ງຊາດ, ສະຖານີໂທລະພາບແຫ່ງຊາດ ພ້ອມກັບໜັງສືພິມໃຫຍ່ຕ່າງໆຂອງໂມໂຣໂກ ໄດ້ມີຫຼາຍບົດຂຽນ, ບົດຂ່າວ. ໃນນັ້ນ, ບົດຂຽນທີ່ມີຫົວຂໍ້ວ່າ “ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ໂມໂຣໂກ ເພີ່ມທະວີການຮ່ວມມື” ຂອງໜັງສືພິມ La Vie Eco ໄດ້ຢັ້ງຢືນວ່າ ສອງຝ່າຍໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືໃນຂົງເຂດລັດຖະສະພາ ແລະ ສ້າງກົດໝາຍ, ຜ່ານນັ້ນ ປັບປຸງໄມ້ຕິຈິດມິດຕະພາບ ແລະ ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ.

ກ່ຽວກັບການພົບປະລະຫວ່າງປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ແລະ ທ່ານນາຍົກລັດຖະມົນຕີ ໂມໂຣໂກ Aziz Akhannouch, ໜັງສືພິມ Le Matin ໄດ້ລົງຂ່າວກ່ຽວກັບການພົບປະລະຫວ່າງການນຳສອງທ່ານ ໂດຍສຸມໃສ່ການສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືສອງຝ່າຍ ແລະ ບົດບາດຍຸດທະສາດຂອງສອງປະເທດຢູ່ພາກພື້ນຂອງຕົນ.

ໂດຍຕິດຕາມການເດີນທາງໄປປະຕິບັດງານຢູ່ ອາບຟຼິກກາຂອງ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ, ສື່ມວນຊົນ ອານເຊຣີ ໄດ້ລົງບົດຂຽນຕີລາຄາທີ່ຕັ້ງໜ້າ, ເນັ້ນໜັກເຖິງຄວາມໝາຍຍຸດທະສາດຂອງການຢ້ຽມຢາມຕໍ່ການປັບປຸງການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດອາບຟຼິກກາ, ພິເສດແມ່ນ ເຊເນການ ແລະ ໂມໂຣໂກ ເຊິ່ງແມ່ນສອງປະເທດຫຼັກໃນການເດີນທາງໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ໃນລະຫວ່າງວັນທີ 22 – 30 ກໍລະກົດ.

(ແຫຼ່ງຄັດຈາກ VOV)

ສ້າງ​ກຳ​ລັງ​ໜູນ​ເພື່ອ​ເປີດກວ້າງ​ການ​ຮ່ວມ​ມື​ສອງ​ຝ່​າຍ ຫວຽດ​ນາມ ແລະ ໂມ​ໂຣ​ໂກ​ໃນ​ບັນ​ດາ​ຂົງ​ເຂດ

ສ້າງ​ກຳ​ລັງ​ໜູນ​ເພື່ອ​ເປີດກວ້າງ​ການ​ຮ່ວມ​ມື​ສອງ​ຝ່​າຍ ຫວຽດ​ນາມ ແລະ ໂມ​ໂຣ​ໂກ​ໃນ​ບັນ​ດາ​ຂົງ​ເຂດ

ທ່ານປະທານສະພາສູງ Mohamed Ould Errachid ສະເໜີສອງຝ່າຍຕັ້ງໜ້າສ້າງບັນດາໂຄງການລວມໃນຂອບເຂດການຮ່ວມມື ໃຕ້ - ໃຕ້, ພິເສດແມ່ນບັນດາໂຄງການກ່ຽວກັບການພັດທະນາແບບຍືນຍົງຢູ່ອາບຟຼິກກາ.

Top