• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸ​ມ​ຄັ້ງ​ທີ 36 ຂອງ​ຄະ​ນະ​ປະ​ຈຳ​​ສະ​ພາ​ແຫ່ງ​ຊາ​ດ​​ຊຸດ​ທີ XIV

ຕອນເຊົ້າວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ໄດ້ໄຂຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ. 

ກອງປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ XIV (ພາບ: TTXVN)

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ  ໃນກອງປະຊຸມຄັ້ງນີ້, ຄະນະປະຈໍາສະພາແຫ່ງຊາດ ຈະປະກອບຄໍາເຫັນໃສ່ຮ່າງກົດໝາຍ 5 ສະບັບ ແລະ ຮ່າງມະຕິ 01 ສະບັບ ຂອງ ສະພາແຫ່ງຊາດ; ພິຈາລະຈາຮ່າງມະຕິກ່ຽວກັບການແກ້ໄຂບາງມາດຕາຂອງກົດໝາຍວ່າດ້ວຍຜັງເມືອງ ແລະ ບັນຫາສໍາຄັນຈໍານວນໜຶ່ງອີກດ້ວຍ.

ໃນຕອນເຊົ້າວັນທີ 12 ສິງຫາ, ຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນກ່ຽວກັບບາງບັນຫາທີ່ຍັງມີທັດສະນະແຕກຕ່າງກັນຂອງຮ່າງກົດໝາຍສະບັບປັງປຸງ; ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ...

ຕອນບ່າຍວັນທີ 12 ສິງຫາ, ຄະນະປະຈໍາສະພາແຫ່ງຊາດໄດ້ປະກອບຄໍາເຫັນກ່ຽວກັບບາງບັນຫາທີ່ຍັງມີທັດສະນະແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ແລະ ຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການຍົກເວັ້ນຄ່່າທໍານຽມຂໍອະນຸຍາດໃຫ້ຂຸດຄົ້ນແຮ່ທາດ ແລະ ຂຸດຄົ້ນແຫຼ່ງຊັບພະຍາກອນນໍ້າ. ກອງປະຊຸມຈະດຳເນີນໃນລະຫວ່າງວັນທີ 12 – 16 ສິງຫາ.

(ແຫຼ່ງຄັດຈາກ VOV)

ໂຮມ 3 ແຂວງນາມດິງ, ຮ່ານາມ ແລະ ນິງບິ່ງ ເຂົ້າກັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ຕ້ອງການປ່ຽນແປງໃໝ່ຮູບແບບພັດທະນາ ແລະ ຍົກສູງປະສິດທິຜົນຂອງການບໍລິຫານເຂດ

ໂຮມ 3 ແຂວງນາມດິງ, ຮ່ານາມ ແລະ ນິງບິ່ງ ເຂົ້າກັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ຕ້ອງການປ່ຽນແປງໃໝ່ຮູບແບບພັດທະນາ ແລະ ຍົກສູງປະສິດທິຜົນຂອງການບໍລິຫານເຂດ

ຕອນບ່າຍວັນທີ 23 ມິຖຸນານີ້, ຢູ່ນະຄອນ ນາມດິງ, ທ່ານເລຂາທິການໃຫຍ່ ພັກຄອມມູນິດຫວຽດນາມ ໂຕເລີ່ມ ແລະ ຄະນະປະຕິບັດງານສູນກາງ ໄດ້ເຮັດວຽກກັບບັນດາຄະນະປະຈໍາພັກແຂວງ ນາມດິງ, ຮ່ານາມ, ນິງບິ່ງ ກ່ຽວກັບໝາກຜົນການປະຕິບັດມະຕິ, ບົດສະຫຼຸບຂອງຄະນະບໍລິຫານງານສູນກາງພັກ ແລະ ວຽກງານສໍາຄັນຈໍານວນໜຶ່ງກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນບໍລິເວນ 3 ແຂວງ.

Top