• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນບຸນລີມແຂວງບັກນີງ ແລະ Festival ເຂດພູພຽງຂາວ ບັກຮ່າ ແຂວງ ລ່າວກາຍ

      ວັນທີ 16 ກຸມພາ (ວັນທີ 12 ເດືອນຈຽງປີກຸນ) ງານບຸນລີມ ໄດ້ຖືກໄຂຂຶ້ນຢູ່ ເທດສະບານລີມ ເມືອງ ຕຽນຢູ ແຂວງ ບັກນີງ. ງານບຸນລີມປີນີ້ ແມ່ນຫນຶ່ງໃນບັນດາເຫດການພົ້ນເດັ່ນໃນຂອບເຂດບັນດາເຫດການສະເຫລີມສະຫລອງ 10 ປີແຫ່ງວັນ UNESCO ຮັບຮອງຂັບກວານຫໍ້ ບັກນີງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ຕາງຫນ້າໃຫ້ມວນມະນຸດ

ລາຍການສິລະປະໃນມື້ໄຂງານບຸນ
ພາບ:vietnam+
      ເຂົ້າຮ່ວມງານບຸນ ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຟັງບັນດາສຽງເພງພື້ນເມືອງເທົ່ານັ້ນ ຫາກຍັງໄດ້ຊົມບັນດາເຂດແນະນຳວັດທະນະທຳສະເພາະຂອງປະຊາຊົນຢູ່ເທດສະບານລີມອີກດ້ວຍ.
ໃນວັນດຽວກັນ ຢູ່ ເມືອງ ບັກຮ່າ ແຂວງ ລ່າວກາຍ, Festival ເຂດພູພຽງຂາວ ບັກຮ່າ ປີ 2019 ດ້ວຍຫົວຂໍ້: “ວັນບຸນລະດູບານໃຫມ່ຢູ່ເຂດພູພຽງຂາວ ບັກຮ່າ ປີ 2019”. ໃນຂອບເຂດວັນບຸນດຳເນີນແຕ່ວັນທີ 14-17 ກຸມພາ, ຢູ່ ເມືອງ ບັກຮ່າ ໄດ້ດຳເນີນຫລາຍການເຄື່ອນໄຫວວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊົນເຜົ່າທີ່ດຳລົງຊີວິດຢູ່ບໍລິເວນເມືອງຜ່ານບັນດາການເຄື່ອນໄຫວຄື: ວາດພາບການລະຫລິ້ນພື້ນເມືອງ ແລະ ພິທີການຕ່າງໆຂອງຊາວເຜົ່າໄຕ- ເຜົ່າໄຢ ຢູ່ ລ່າວກາຍ, ງານບຸນເຕັ້ນຂ້າມກອງໄຟຂອງຊາວເຜົ່າຢ້າວ, ງານບຸນລົງທົ່ງ, ງານບຸນວິຫານຈູງໂດ ພ້ອມກັນນັ້ນ ແມ່ນການເຄື່ອນໄຫວໂຄສະພາບຮູບພາບກ່ຽວກັບວັດທະນະທຳ, ປະຊາຊົນຊົນເຜົ່າ, ທຳມະຊາດ ຢູ່ ເມືອງ ບັກຮ່າ ມາສູ່ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ຜ່ານງານວາງສະແດງຮູບພາບສີລະປະຂອງເຂດພູຜາປ່າໄມ້ເຂດພູພຽງຂາວ ຢູ່ ທຳນຽບ ຮ່ວາງອາເຕື໋ອງ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top