• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມເປັນຢ່າງດີ, ຫວຽດນາມ ພິຈາລະນາເປີດສາຍການບິນດ້ານການຄ້າສາກົນຄືນໃໝ່

ຕອນເຊົ້າວັນທີ 11 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ພ້ອມກັບບາງກະຊວງ, ຂະແໜງການ, ທ້ອງຖິ່ນຕາມຮູບການທາງອອນລາຍ.

ທີ່ກອງປະຊຸມ (ພາບ: VGP)

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາວ່າ 10 ມື້ຜ່ານມາຢູ່ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົມ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໄດ້ເພີ່ມຂຶ້ນໃນແຕ່ລະມື້ ເຊິ່ງສະແດງໃຫ້ເຫັນວ່າ ໂລກລະບາດໄດ້ຮັບການຄວບຄຸມເປັນຢ່າງດີໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ສຳນັກງານ ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນຢ່າງຄົບຖ້ວນໃນສະພາບການໃໝ່ຕາມການແນະນຳຂອງກະຊວງສາທາລະນະສຸກ.

        ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ຊີ້ນຳບັນດາບໍລິສັດການບິນ ພິຈາລະນາເປີດສາຍການບິນດ້ານການຄ້າຄືນໃໝ່ກັບບາງປະເທດ ແລະ ພາກພື້ນ, ເປີດບັນດາສາຍການບິນໂດຍສະເພາະສຳລັບຜູ້ໄປຜ່ານແດນ ຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ), ລາວ, ກຳປູເຈຍ ກັບມາ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ຕະຫຼາດຫຼັກ​ຊັບ Johannesburg ຢູ່ ອາ​ຟະ​ລິ​ກາ​ໃຕ້

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ຕະຫຼາດຫຼັກ​ຊັບ Johannesburg ຢູ່ ອາ​ຟະ​ລິ​ກາ​ໃຕ້

ຕອນເຊົ້າວັນທີ 21 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຕະຫຼາດຫຼັກຊັບ Johannesburg, ສູນທຸລະກຳຫຼັກຊັບໃຫຍ່ສຸດຢູ່ ອາຟະລິກາ.

Top