• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂທລະເລກທາງການຂອງນາຍົກລັດຖະມົນຕີ: ບໍ່ປະໃຫ້ປະຊາຊົນຂາດຂອງກິນ, ຂາດການໜູນຊ່ວຍສາທາລະນະສຸກໃນໂລກລະບາດໂຄວິດ-19

      ສືບຕໍ່ຍາດແຍ່ງເວລາ, ຮີບເຮັ່ງວິໄຈ, ຕາມຫາກໍລະນີ F0 ໃຫ້ໝົດ; ໂດຍສະເພາະແມ່ນບໍ່ປະໃຫ້ປະຊາຊົນຜູ້ໃດຖືກຂາດຂອງກິນ, ເຄື່ອນນຸ່ງ, ທີ່ຢູ່ອາໄສ, ບໍ່ໄດ້ຮັບການໜູນຊ່ວຍດ້ານສາທາລະນະສຸກ
ບໍ່ປະໃຫ້ປະຊາຊົນຜູ້ໃດຖືກຂາດຂອງກິນ, ເຄື່ອນນຸ່ງ, ທີ່ຢູ່ອາໄສ
(ພາບປະກອບ)
      ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶດດາມ ຫາກໍ່ເຊັນປະກາດໃຊ້ໂທລະເລກທາງການຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ໂທລະເລກຊີ້ແຈ້ງວ່າ: ຕໍ່ໜ້າສະພາບການຜັນແປຂອງໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງທີ່ພວມປະຕິບັັດການແຍກຫ່າງສັງຄົມ ອີງໃສ່ສະພາບໂລກລະບາດໃນບໍລິເວນ, ຕ້ອງເປັນເຈົ້າການໃນການຕົກລົງເລື່ອງສືບຕໍ່ປະຕິບັດການແຍກຫ່າງສັງຄົມໃນບໍລິເວນທົ່ວແຂວງ, ນະຄອນ. ພ້ອມກັນນັ້ນ, ສືບຕໍ່ຍາດແຍ່ງເວລາ, ຮີບເຮັ່ງວິໄຈ, ຕາມຫາກໍລະນີ F0 ໃຫ້ໝົດ; ໂດຍສະເພາະແມ່ນບໍ່ປະໃຫ້ປະຊາຊົນຜູ້ໃດຖືກຂາດຂອງກິນ, ເຄື່ອນນຸ່ງ, ທີ່ຢູ່ອາໄສ, ບໍ່ໄດ້ຮັບການໜູນຊ່ວຍດ້ານສາທາລະນະສຸກ; ນະໂຍບາຍໜູນຊ່ວຍຢ່າງແທດຈິງດ້ວຍເງິນສົດ, ທັນຍາຫານ, ສະບຽງອາຫານ… ເພື່ອໃຫ້ປະຊາຊົນມີຄວາມອຸ່ນອຽນໃຈຢູ່ກັບທີ, ເຄົາລົບບັນດາຂໍ້ກຳນົດໃນການປ້ອງກັນ, ຕ້ານໂລກລະບາດ. ໜ່ວຍປະຕິບັດງານພິເສດຂອງລັດຖະບານ ສົມທົບກັບບັນດາແຂວງ, ນະຄອນທີ່ກ່ຽວຂ້ອງຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ ເພື່ອຄວບຄຸມບັນດາແຂວງຄື: ເບັນແຈ, ຈ່າວິງ, ຊອກຈັງ, ບາກລຽວ… ຢ່າງແໜ້ນແຟ້ນ ບໍ່ປະໃຫ້ໂລກລະບາດແຜ່ລະບາດຈາກຕ່າງປະເທດ ແລະ ຈາກຕ່າງແຂວງເຂົ້າເຂດນີ້.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top