ຕອນຄ່ຳວັນທີ 21 ຕຸລາ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ຈັດລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ປັກກິງ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດທ່ອງທ່ຽວ 2 ປະເທດ 250 ແຫ່ງ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຈູງແຄັງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ໃຫ້ຮູ້ວ່າ ລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ປັກກິງ ແມ່ນເຫດການເປີດສາກທຳອິດໃນບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ 3 ນະຄອນໃຫຍ່ຂອງ ຈີນ, ລວມມີ: ປັກກິງ, ຈູງກິ່ງ ແລະ ຊືຈວານ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ແລະ ປີພົວພັນແລກປ່ຽນປະຊາຊົນ ຫວຽດນາມ - ຈີນ 2025.
“ເລື່ອງພວກເຮົາມີໜ້າຢູ່ນະຄອນຫຼວງ ປັກກິງ ໃນມື້ນີ້, ໃນຂອບເຂດລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ປີ 2025, ນັ້ນແມ່ນສານຢ່າງແຮງ ສະແດງຄວາມຕັດສິນໃຈລວມຂອງ 2 ຂະແໜງການທ່ອງທ່ຽວ ໃນການຊຸກຍູ້ການພົວພັນແລກປ່ຽນ, ຮ່ວມມື ແລະ ພັດທະນາແບບຍືນຍົງ, ປະກອບສ່ວນປັບປຸງການພັວພັນມິດຕະພາບທີ່ເປັນມູນເຊື້ອ, ຖານບ້ານໃກ້ເຮືອນຄຽງທີ່ດີງາມລະຫວ່າງປະຊາຊົນ 2 ປະເທດ”.