• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຮ້ານວາງສະແດງກວ່າ 300 ຮ້ານໄດ້ເຕົ້າໂຮມທີ່ງານຕະຫຼາດນັດການຄ້າ ແລະ ທ່ອງທ່ຽວ ສາກົນ ຫວຽດນາມ - ຈີນ

ເຂດວາງສະແດງສິນຄ້າ ຫວຽດນາມ ລວມມີບັນດາຜະລິດຕະພັນກະເສດທີ່ມີຄວາມສາມາດບົ່ມຊ້ອນໃນການສົ່ງອອກໄປຍັງຕະຫຼາດ ຈີນ.
(ທ່ານ ຫງວຽນຕຽນຢຸງ, ຮອງຫົວໜ້າພະແນກອຸດສາຫະກຳການຄ້າແຂວງ ກວາງນິງ)

ງານຕະຫຼາດນັດການຄ້າ ແລະ ທ່ອງທ່ຽວ ສາກົນ ຫວຽດນາມ - ຈີນ ຄັ້ງທີ 17 ປີ 2025 ຈັດຂຶ້ນຢູ່ ກວາງນິງ ແຕ່ວັນທີ 11 – 15 ທັນວາ, ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດ ຫວຽດນາມ ແລະ ຈີນ.

        ເຂດວາງສະແດງສິນຄ້າ ຫວຽດນາມ ລວມມີບັນດາຜະລິດຕະພັນກະເສດທີ່ມີຄວາມສາມາດບົ່ມຊ້ອນໃນການສົ່ງອອກໄປຍັງຕະຫຼາດ ຈີນ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ກວາງນິງ ຄື ອາຫານການກິນ, ຢາສະໝູນໄພ, ໝາກລິນຈີ່…

        ໃນຂອບເຂດງານຕະຫຼາດນັດຍັງຈັດບັນດາລາຍການຮ້ອງເພງຕອບກັນຢູ່ເຂດແມ່ນ້ຳຊາຍແດນ, ງານພົບປະແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມ ມອງກາຍ (ຫວຽດນາມ) - ຕຸງສິງ (ຈີນ), ການແຂ່ງຂັນແລ່ນມິດຕະພາບສາກົນ - ມອງກາຍ 2025, ພິເສດແມ່ນເວທີປາໄສສົ່ງເສີມການລົງທຶນ, ຮ່ວມມືຂະແໜງອາຊີບປີ 2025.

        ທ່ານ ຫງວຽນຕຽນຢຸງ, ຮອງຫົວໜ້າພະແນກອຸດສາຫະກຳການຄ້າແຂວງ ກວາງນິງ, ໃຫ້ຮູ້ວ່າ:

        “ງານຕະຫຼາດນີ້ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ວິສາຫະກິດ 2 ປະເທດເພີ່ມທະວີການຮ່ວມມືຜະລິດດຳເນີນທຸລະກິດ, ຮ່ວມມືຂະແໜງອາຊີບ, ຊຸກຍູ້ການແລກປ່ຽນການຄ້າ, ເປີດກວ້າງການສົ່ງອອກ - ນຳເຂົ້າ, ຊອກຫາຄູ່ຮ່ວມມື ແລະ ພັດທະນາຕະຫຼາດບໍລິໂພກຜະລິດຕະພັນ. ພ້ອມກັນນັ້ນ, ເຫດການຍັງປະກອບສ່ວນໂຄສະນາຈຸດນັດພົບການທ່ອງທ່ຽວ ແລະ ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ຊຸກຍູ້ການເຊື່ອມຕໍ່ພັດທະນາການຄ້າ, ການບໍລິການ, ທ່ອງທ່ຽວເຂດຊາຍແດນ ຕາມທິດມີສະຖຽນລະພາບ, ຍືນຍົງ ແລະ ມີປະສິດທິຜົນລະຫວ່າງ 2 ທ້ອງຖິ່ນ ກວາງນິງ (ຫວຽດນາມ) ແລະ ເຂດປົກຄອງດ້ວຍຕົນເອງ ກວາງສີ (ຈີນ)”.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ທ່ານນາຍົກລັຖະມົນຕີ ໄດ້ພ້ອມກັບບັນດາກະຊວງ, ຂະແໜງການ ຕອບຫຼາຍຄຳຖາມຂອງພໍ່ແມ່ຊາວກະສິກອນໂດຍກົງ, ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາ.

Top