• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

SEA Games 33: ພິທີໄຂ SEA Games ເຕັມໄປດ້ວຍນ້ຳໃຈ “ພວກເຮົາປັນໜຶ່ງດຽວ”

ພິທີໄດ້ເລີ່ມຕົ້ນດ້ວຍການສະແດງແສງສີ ສະແດງພາບຂອງ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້.
ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 33 (ພາບ: TTXVN)

ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 33 (SEA Games 33), ເຊິ່ງແມ່ນເຫດການກິລາໃຫຍ່ທີ່ສຸດຢູ່ພາກພື້ນ ໄດ້ໄຂຂຶ້ນຢ່າງເປັນທາງການ, ຢູ່ສະໜາມກິລາແຫ່ງຊາດ ຣາດຊະມັນຄະລາ, ທີ່ນະຄອນຫຼວງ ບາງກອກ, ປະເທດ ໄທ, ໃນຕອນຄ່ຳວັນທີ 09 ທັນວາ, ດ້ວຍການເຂົ້າຮ່ວມຂອງເກືອບ 50.000 ຄົນ.

        ພິທີໄດ້ເລີ່ມຕົ້ນດ້ວຍການສະແດງແສງສີ ສະແດງພາບຂອງ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີ ຫວຽດນາມ, ດ້ວຍຄຳທັກທາຍສະບາຍດີ ດ້ວຍພາສາຂອງແຕ່ລະປະເທດ, ສົມກັບຫົວຂໍ້ຂອງ SEA Games ປີນີ້ແມ່ນ “ພວກເຮົາເປັນໜຶ່ງດຽວ”.

        ຕາມການສະຖິຕິຂອງຄະນະຈັດຕັ້ງ, SEA Games 33 ມີການເຂົ້າຮ່ວມຂອງນັກກິລາປະມານ 10.000 ຄົນ ທີ່ມາຈາກ 11 ປະເທດ, ແຂ່ງຂັນໃນ 56 ປະເພດກິລາ.

        ວັນທີ 10 ທັນວາ, ແມ່ນມື້ທຳອິດຂອງການແຂ່ງຂັນ, ຄະນະນັກກິລາ ຫວຽດນາມ ໄດ້ວາງເປົ້າໝາຍຄວ້າຫຼຽນຄຳໄດ້ແຕ່ 90 – 100 ຫຼຽນ, ມຸ່ງໄປເຖິງການແຂ່ງຂັນ SEA Games ທີ່ບັນລຸຜົນສຳເລັດ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ທ່ານນາຍົກລັຖະມົນຕີ ໄດ້ພ້ອມກັບບັນດາກະຊວງ, ຂະແໜງການ ຕອບຫຼາຍຄຳຖາມຂອງພໍ່ແມ່ຊາວກະສິກອນໂດຍກົງ, ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາ.

Top