• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົ​ກ​ສູງ​ກົນ​ໄກ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ໃນ​ສະ​ພາບ​ແວດ​ລ້ອມ​ດີ​ຈີ​ຕອນ

ວັນທີ 10 ທັນວາແມ່ນວັນສິດທິມະນຸດໂລກ. ຢູ່ ຫວຽດນາມ ບັນດາຫາທີ່ໄດ້ຮັບຄວາມເອົາໃຈໃສ່ໃນປະຈຸບັນແມ່ນການຍົກສູງກົນໄກປົກປ້ອງສິດທິມະນຸດໃນສະພາບແວດລ້ອມດີຈີຕອນ. ນີ້ແມ່ນການບຸລິມະສິດອັນດັບໜຶ່ງຂອງ ຫວຽດນາມ ໃນໄລຍະໃໝ່ ແລະ ກໍ່ເໝາະສົມກັບ 1 ໃນ 8 ບຸລິມະສະສິດຂອງ ຫວຽດນາມ ໃນອາຍຸການເປັນສະມາຊິກສະພາສິດທະມະນຸດ ສປຊ (2026 - 2028), ໂດຍສຸມໃສ່ການຮັບປະກັນ ສິດທິມະນຸດໃນສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນເປັນດີຈີຕອນ.
(ພາບປະກອບ: : chinhphu.vn)

ຢູ່ ຫວຽດນາມ ອັດຕາສ່ວນເຂົ້າເຖິງອິນເຕີເນັດບັນລຸ 78.8% ແລະ ກວ່າ 76.2 ລ້ານຄົນໄດ້ນຳໃຊ້ເຄືອຂ່າຍສັງຄົມ. ດັ່ງນັ້ນ, ເລື່ອງຍົກສູງກົນໄກປົກປ້ອງສິດທິມະນຸດໃນສະພາບແວດລ້ອມດີຈີຕອນ ແມ່ນມີຄວາມຈຳເປັນ, ຢັ້ງຢືນທີ່ຕັ້ງທີ່ເປັນເຈົ້າການຂອງປະເທດຊາດໃນການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບດ້ານສິດທິມະນຸດ.

ແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນກ່ຽວກັບສິດທິມະນຸດ

  ນັບແຕ່ປີ 1982, ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເມືອງ ແລະ ສິດທິທາງການເມືອງ (ICCPR), ໜຶ່ງໃນບັນດາເອກະສານເປັນພື້ນຖານຂອງກົດໝາຍວ່າດ້ວຍສິດທິມະນຸດສາກົນ. ມາດຕາທີ 17 ຂອງ ICCPR ໄດ້ກຳນົດໂດຍກົງ “ບໍ່ມີໃຜຖືກແຊກແຊງເຂົ້າຊີວິດສ່ວນຕົວ, ຄອບຄົວ, ເຮືອນຢູ່, ຈົດໝາຍ… ຢ່າງພະລະການ ຫຼື ຜິດກົດໝາຍ”.

   ທຸກຄົນລ້ວນແຕ່ມີສິດໄດ້ຮັບການປົກປ້ອງຈາກກົດໝາຍ ແລະ ຕ້ານການແຊກແຊງ ຫຼື ລະເມີດຄືແນວນັ້ນ”. ເລື່ອງໃຫ້ສັດຕະຍາບັນ ICCPR ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການເຄົາລົບສິດສ່ວນຕົວຕາມມາດຖານລວມ.

  ກ່ຽວກັບດ້ານກົດໝາຍ, ຫວຽດນາມ ມີບາດກ້າວເດີນມີລັກສະນະບາດລ້ຽວເມື່ອປີ 2023 ດ້ວຍການປະກາດໃຊ້ມະຕິເລກທີ 13 ວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ. ຕີລາຄາໂດຍສັງລວມ, ທ່ານ ຫງວຽນຫາຍນິງ ລັດຖະມົນຕີກະຊວງຍຸດຕິທຳ ຫວຽດນາມ ຖືວ່າ:

   ຫວຽດນາມ ໄດ້ມານະພະຍາຍາມສ້າງກອບກົດໝາຍໃຫ້ສົມບູນແບບ ຜ່ານການປັບປຸງ, ເພີ່ມເຕີມ ແລະ ປະກາດໃຊ້ເອກະສານກົດໝາຍຫຼາຍສະບັບ, ສ້າງແລວນິຕິກຳທີ່ເຄັ່ງຂັດ ແລະ ກົດລະບຽບປັບໄໝຢ່າງເຂັ້ມງວດເພື່ອແນໃສ່ສະກັດກັ້ນ, ແກ້ໄຂບັນດາການກະທຳລະເມີດ ສິດທິມະນຸດ, ສິດຂອງພົນລະເມືອງໃນສະພາແວດລ້ອມດີຈີຕອນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວິທີເຂົ້າເຖິງຢ່າງຮອບດ້ານຂອງ ຫວຽດນາມ ໃນການສ້າງກອບນິຕິກຳທີ່ໝັ້ນຄົງໜັກແໜ້ນໃຫ້ແກ່ພື້ນທີ່ດີຈີຕອນ ພ້ອມທັງຢັ້ງຢືນຄວາມຕັດສິນໃຈຂອງ ຫວຽດນາມ ໃນການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ຊຸກຍູ້ບັນດາສິດທະມະນຸດໃນສັງກາດດີຈີຕອນ.

ປັບຕົວໃຫ້ແທດເໝາະກັບຍຸກສະໄໝດີຈີຕອນ

   ຕາມບັນດານັກຊ່ຽວຊານ, ການຮັບປະກັນສິດທິມະນຸດໃນສັງກາດດີຈີຕອນບໍ່ແມ່ນການເລືອກເຟັ້ນອີກແລ້ວ ຫາກຍັງແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ. ນີ້ບໍ່ພຽງແຕ່ແມ່ນວຽກງານສະເພາະຂອງຂະແໜງກົດໝາຍ, ເຕັກໂນໂລຊີ, ຄວາມໝັ້ນຄົງ ຫຼື ການຄຸ້ມຄອງລັດອີກແລ້ວ, ຫາກຍັງຮຽກຮ້ອງຕ້ອງມີການປະສານສົມທົບລະຫວ່າງຂະແໜງ, ຫຼາຍຂະແໜງ, ການເຂົ້າຮ່ວມຢ່າງເປັນເຈົ້າການຂອງປະຊາຄົມວິສາຫະກິດ, ບັນດາອົງການຈັດຕັ້ງສັງຄົມ, ວົງການນັກວິທະຍາສາດ ແລະ ປຊຊ ແຕ່ລະຄົນ. ທ່ານ ສາດສະດາຈານ ປະລິນຍາເອກ ຫງວຽນຊັວນອຽມ ອະດີດຜູ້ອຳນວຍການສະຖາບັນຕຳຫຼວດ ປຊຊ ຖືວ່າ:

   ປະຈຸບັນ, ພວກເຮົາມີຫຼາຍຄຳສັບໃໝ່ຄື: ລັດຖະບານດີຈີຕອນ, ສັງຄົມດີຈີຕອນ, ເສດຖະກິດດີຈີຕອນ ແລະ ພົນລະເມືອງດີຈີຕອນ. ຂ້າພະເຈົ້າຖືວ່າ ໃນການຄົ້ນຄ້ວາລວມກ່ຽວກັບ ສິດທິມະນຸດ, ຕ້ອງຮັບປະກັນໃຫ້ພົນລະເມືອງທຸກຄົນໃນພື້ນທີ່ເຄືອຂ່າຍອິນເຕີນັດໄດ້ຮັບຄວາມເຄົາລົບ, ຮັກສາບັນດາຄວາມລັບໄດ້.

   ເພື່ອປັບຕົວໃຫ້ເໝາະສົມກັບຍຸກສະໄໝດີຈີຕອນ, ປະຈຸບັນ, ຫວຽດນາມ ສືບຕໍ່ສ້າງກອບກົດໝາຍໃຫ້ສົມບູນແບບ, ສ້າງກົນໄກຕີລາຄາການກະທົບຂອງສິດທິມະນຸດໃນບັນດາໂຄງການເຕັກໂນໂລຊີສູງ, ພິເສດແມ່ນບັນດາໂຄງການເກັບກຳຂໍ້ມູນໃນວົງກ້ວາງ. ຫວຽດນາມ ກໍ່ຈະສືບຕໍ່ປັບປຸງລະບົບຊີວະພາບຄວາມປອດໄພທາງໄຊເບີ, ໃນນັ້ນສຸມໃສ່ການບຳລຸງສ້າງຊັບພະຍາກອນມະນຸດ, ເພີ່ມທະວີການຮ່ວມມືສາກົນ ແລະ ຜັນຂະຫຍາຍບັນດາບັ້ນໂຄສະນາເຜີຍແຜ່ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງວົງຄະນາຍາດ. ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການປົກປ້ອງສິດທິມະນຸດ ແລະ ການປົກປ້ອງຜົນປະໂຫຍດຂອງຊາດ, ຮັບປະກັນວ່າບັນດາສິດອັນເປັນພຶ້ນຖານໄດ້ຮັບຄວາມເຄົາລົບບໍ່ພຽງແຕ່ໃນເອກະສານເທົ່ານັ້ນ, ຫາກຍັງໃນສະພາບການຕົວຈິງຂອງຊີວິດອີກດ້ວຍ./.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ທ່ານນາຍົກລັຖະມົນຕີ ໄດ້ພ້ອມກັບບັນດາກະຊວງ, ຂະແໜງການ ຕອບຫຼາຍຄຳຖາມຂອງພໍ່ແມ່ຊາວກະສິກອນໂດຍກົງ, ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາ.

Top