ກົດໝາຍວ່າດ້ວຍອາກອນລາຍຮັບສ່ວນຕົວ (ສະບັບປັບປຸງ) ກຳນົດອັດຕາພາສີທີ່ມີໄຫວພິບ ຮັບປະກັນສິດຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ ເຊິ່ງຈະມີຜົນສັກສິດແຕ່ວັນທີ 01 ກໍລະກົດ 2026.
ທີ່ກອງປະຊຸມ (ພາບ: quochoi.vn)
ຕອນເຊົ້າວັນທີ 10 ທັນວາ, ດ້ວຍການເຫັນດີເຫັນພ້ອມສ່ວນຫຼາຍຂອງສະມາຊິກສະພາແຫ່ງຊາດ ຫວຽດນາມ ທີ່ເຂົ້າຮ່ວມ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາກົດໝາຍ 19 ສະບັບ, ມະຕິ 3 ສະບັບ, ໃນນັ້ນ ມີກົດໝາຍວ່າດ້ວຍອາກອນລາຍຮັບສ່ວນຕົວ (ສະບັບປັບປຸງ), ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ), ໝວດມະຕິ, ກົດໝາຍໃນຂົງເຂດການສຶກສາ; ກົດໝາຍວ່າດ້ວຍການປະຢັດ, ຕ້ານການຟູມເຟືອຍ…
ກົດໝາຍວ່າດ້ວຍອາກອນລາຍຮັບສ່ວນຕົວ (ສະບັບປັບປຸງ) ກຳນົດອັດຕາພາສີທີ່ມີໄຫວພິບ ຮັບປະກັນສິດຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ ເຊິ່ງຈະມີຜົນສັກສິດແຕ່ວັນທີ 01 ກໍລະກົດ 2026. ແລະກໍ່ຈະມີຜົນສັກສິດໃນວັນທີ 01 ກໍລະກົດ 2026, ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັງປຸງ) ໄດ້ກຳນົດຫຼາຍຈຸດໃໝ່. ທ່ານ ຫງວຽນດັກວິງ, ຫົວໜ້າກຳມາທິການວັດທະນະທຳສັງຄົມຂອງສະພາແຫ່ງຊາດ, ໄດ້ແຈ້ງຂໍ້ມູນວ່າ:
“ກຳນົດແຈ້ງບັນດາຮູບແບບສື່ມວນຊົນໃນສະພາບການໃໝ່. ເພີ່ມເຕີມບັນດານະໂຍບາຍພັດທະນາສື່ມວນຊົນ ແລະ ແຫຼ່ງກຳລັງປະຕິບັດຈາກກົນໄກການເງິນ ຕະຫຼອດຮອດການລົງທຶນພື້ນຖານໂຄງລ່າງ ແລະ ໃຫ້ບຸລິມະສິດພາສີ ຕາມທິດທີ່ມີຄວາມເປັນໄປໄດ້ສູງກວ່າ; ສ້າງຂໍ້ກຳນົດກ່ຽວກັບການເຄື່ອນໄຫວສື່ມວນຊົນທາງອິນເຕີເນັດ, ການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI)… ໃຫ້ສົມບູນແບບ”.
ສະພາແຫ່ງຊາດກໍ່ຮັບຮອງເອົາມະຕິກ່ຽວກັບບາງກົນໄກ, ນະໂຍບາຍພິເສດສະເພາະ, ລື່ນກາຍຢ່າງເຫັນໄດ້ຊັດເພື່ອປະຕິບັດບາດກ້າວກະໂດດຂັ້ນໃນການພັດທະນາການສຶກສາ ແລະ ບຳລຸງສ້າງ.
(ແຫຼ່ງຄັດຈາກ VOV)